ປັກກິ່ງ ປົດເຈົ້າໜ້າທີ່ຫຼາຍຄົນອອກຈາກຕຳແໜ່ງເພາະປະໃຫ້ໂຄວິດກັບຄືນມາລະບາດ

ໃນກອງປະຊຸມຂອງຄະນະປະຈຳການຂອງຄະນະພັກ ປັກກິ່ງ ວັນທີ 14 ມີຖຸນານີ້, ຄະນະພັກນະຄອນຫຼວງປັກກິ່ງໄດ້ປະກາດ ປົດເຈົ້າໜ້າທີ່ຫຼາຍຄົນອອກຈາກຕຳແໜ່ງ ຍ້ອນບໍ່ມີຄວາມຮັບຜິດຊອບ ປະໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດອີກຄັ້ງໃໝ່.

ເຈົ້າໜ້າທີ່ທີ່ຖືກປົດອອກຈາກຕໍາແໜ່ງຄັ້ງນີ້ລວມມີ: ທ່ານ ເຈົາວູແທັງ ຮອງຫົວໜ້າຄຸ້ມ ຟ໊ອງດາຍ(FengTai), ເວືອງຮວາ ເລຂາຄະນະພັກ ເຮືອງຮວາ(Huong Hoa), ຄຸ້ມ FengTai, ເຈືອງຫງວຽດເລິມ ຫົວໜ້າຕະຫຼາດສະໜອງຊີ້ນ. ນອກຈາກນີ້ ຄະນະກຳມະການວິໄນ ແລະ ຄະນະກຳມະການຕິດຕາມຂອງນະຄອນຫຼວງປັກກິ່ງ ຈະຖືກສືບສວນສອບສວນ. ພ້ອມກັນນີ້, ອຳນາດການປົກຄອງນະຄອນຫຼວງໄດ້ຍົກລະດັບ ການເຕືອນໄພໃນລະດັບສູງຕໍ່ຫົວໜ່ວຍປົກຄອງ ເຮືອງຮວາ ຂອງຄຸ້ມ Feng Tai  ແລະ ຍົກລະດັບເຕືອນໄພຈາກຕໍ່າຂຶ້ນເປັນລະດັບປານກາງຕໍ່ກັບ 10 ເຂດໃນນະຄອນຫຼວງຕື່ມອີກ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tienphong)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ