ເສັ້ນທາງເຂົ້າຫາຖໍ້າຈອມອອງໃກ້ຈະສຳເລັດແລ້ວ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງປູຢາງເຂົ້າ ຫາຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆໃກ້ຈະສຳເລັດແລ້ວ.
ໃນວັນທີ 9 ມິຖຸນາຜ່ານມາ ຄະນະຮັບຜິດຊອບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວຖ້ຳຈອມອອງ ຮ່ວມກັບພະແນກການທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ ແລະ ແນະນຳການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງປູຢາງເຂົ້າຫາຖ້ຳຈອມອອງ.
ໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວຖ້ຳຈອມອອງ ຜູ້ຮັບເໝົາບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ເປັນໂຄງການທີ່ມີຄວາມສຳຄັນເປັນຢ່າງຍິ່ງໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງອຸດົມໄຊໃຫ້ດີຂຶ້ນເທື່ອລະກ້າວ, ເສັ້ນທາງປູຢາງຈາກບ້ານຫ້ວຍອຸ່ນຫາຖ້ຳຈອມອອງ (ບ້ານຈອມອອງ) ມີຄວາມຍາວທັງໝົດ 40 ກິໂລແມັດ, ກວ້າງ 5 ແມັດ, ປູຢາງ 2 ຊັ້ນ, ມີແລວທາງຜ່ານ 11 ບ້ານ ແລະ ເສັ້ນທາງດັ່ງກ່າວມີຫລາຍບ້ານທີ່ໄດ້ຮັບຜົນປະໂຫຍດໃນການຊົມໃຊ້, ສັນຈອນແລກປ່ຽນສິນຄ້າ ແລະ ການເຂົ້າເຖິງຕົວເມືອງສະດວກຂຶ້ນ.
ນອກຈາກການປູຢາງເສັ້ນທາງແລ້ວ ຍັງມີການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ຊຶ່ງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ເດືອນທັນວາ 2017 ເປັນຕົ້ນມາ, ຮອດປັດຈຸບັນແມ່ນໃກ້ຈະສໍາເລັດການກໍ່ສ້າງແລ້ວ. ດັ່ງນັ້ນ ຄະນະຮັບຜິດຊອບຂັ້ນແຂວງຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາ ຈຶ່ງໄດ້ລົງຕິດຕາມກວດກາຊຸກຍູ້ ແລະ ແນະນຳບາງວຽກທີ່ຈະຕ້ອງໄດ້ເລັ່ງມືຈັດຕັ້ງປະຕິບັດ ແລະ ດັດແກ້. ພ້ອມດຽວກັນນີ້ ກໍເປັນການປະເມີນຜົນສຳເລັດລວມບັນດາໜ້າວຽກການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາກໍ່ສ້າງ ເພື່ອເປັນບ່ອນອີງສະເໜີລາຍງານເຖິງຄະນະຮັບຜິດຊອບໂຄງການຂັ້ນສູນກາງລົງກວດກາ ແລະ ກະກຽມຈັດພິທີມອບ-ຮັບຕື່ມອີກ.

