NAOMI OSAKA ນັກກິລາຍິງ ທີ່ມີລາຍໄດ້ສູງສຸດໃນປະຫວັດສາດ

ໃນປີ 1999 ໃນຂະນະທີ່ ເຊເຣນາ ວິລລຽມ (Serena Williams) ເປັນແຊ້ມແກນສະແລມ ຄັ້ງທຳອິດຕອນນັ້ນ ນາໂອມີ ໂອຊາກາ (Naomi Osaka) ຫາກໍໄດ້ອາຍຸ 1 ປີ.
ພໍຮອດອາຍຸ 19 ປີ, ນາງສາມາດເອົາຊະນະ ເຊເຣນາ ວິລລຽມ ທີ່ປຽບເໝືອນໂຕແບບຂອງລາວ ແລະ ກ້າວຂຶ້ນເປັນແຊ້ມນັກກິລາຄົນທຳອິດ ໃນປີ 2018 ທີ່ໜ້າສົນໃຈຄື ນາງເປັນຄົນຍີ່ປຸ່ນຄົນທຳອິດ ທີ່ຄວ້າຕຳແໜ່ງນີ້.
ນອກຈາກນັ້ນ ລາວຍັງຂຶ້ນເປັນນັກເທັນນິສຍິງອັນດັບ 1 ຂອງໂລກ ໃນປີ 2019 ເຊິ່ງຖືເປັນນັກກິລາເຊື້ອສາຍອາຊຽນຄົນທຳອິດ ທີ່ສາມາດຂຶ້ນມາໄດ້ເຖິງຈຸດນີ້ສູງສຸດ ທີ່ໄດ້ຮັບການຈັດອັນດັບໂດຍໃຫ້ເປັນນັກກິລາຍິງ ທີ່ມີລາຍໄດ້ສູງສຸດໃນປະຫວັດສາດແລ້ວເສັ້ນທາງກ່ອນຈະມາຮອດຈຸດສູງສຸດນີ້ ວ່າລາວເປັນແບບໃດ?
ນາໂອມີ ໂອຊາກາ ເປັນຄົນຍີ່ປຸ່ນ ສ່ວນພໍ່ເປັນຄົນ ເຮຕິ ທັງສອງພົບຮັກກັນທີ່ປະເທດຍີ່ປຸ່ນ ແລະ ຕ້ອງແອບຮັກກັນແບບລັບໆ ເນື່ອງຈາກທາງເຮືອນຂອງຝ່າຍຍິງບໍ່ຍອມຮັບ ເມື່ອຄວາມສຳພັນທັງສອງຖືກເປີດເຜີຍ ຈົນເຮັດໃຫ້ແມ່ຕ້ອງຕັດຄວາມສຳພັນ ແລະ ຍ້າຍໄປຢູ່ເມືອງອື່ນ ຕໍ່ມາທັງສອງໄດ້ມີລູກສາວ 2 ຄົນ ເຊິ່ງກໍຄື: ມາຣີ ໂອຊາກາ ຜູ້ເປັນເອື້ອຍ ແລະ ນາໂອມີ ໂອຊາກາ.
ຕອນອາຍຸໄດ້ 3 ປີ ພໍ່ຂອງນາງກໍພາຄອບຄົວຍ້າຍໄປຢູ່ສະຫະລັດອາເມລິກາ ພໍ່ຂອງລາວໄດ້ມີໂອກາດເຫັນຄູ່ພີ່ນ້ອງ ວີນັສ ແລະ ເຊເຣນາ ວິລລຽມ ຫລິ້ນເທັນນິສນຳກັນ ແລະ ເອົາຊະນະການແຂ່ງຂັນ French Open ເປີດປະເພດຄູ່ໃນປີ 1999 ຄວາມຈິງແລ້ວ ຣີຊາດວິລລຽມ ພໍ່ຂອງພີ່ນ້ອງ ວີນັສ ແລະເຊເຣນາ ວິລລຽມ ກໍບໍ່ເຄີຍລົງສະໜາມແຂ່ງເທັນນິກ ແຕ່ສາມາດປັ້ນຍອດພີ່ນ້ອງເທັນນິກໄດ້ ດັ່ງນັ້ນພໍ່ຂອງຄອບຄົວ ໂອຊະກະ ຈິ່ງຕາມຮອຍ ແລະ ປູເສັ້ນທາງສູ່ນັກເທັນນິກອາຊີບສຳລັບລູກສາວທັງສອງຂອງລາວ.
ຢ່າງໃດກໍຕາມ ນອກຈາກການຝຶກຊ້ອມຢ່າງຈິງຈັງແລ້ວອີກໜຶ່ງທີ່ເປັນຄືຄວາມທ້າທາຍຂອງຄອບຄົວກໍຄືການເຮັດໃຫ້ຄອບຄົວຢູ່ຍີ່ປຸ່ນຍອມຮັບທັງສອງເຊື້ອຊາດ ລວມທັງການດູຖືກວ່າເທັນນິສເປັນໄດ້ພຽງງານອາດີເລກ ແຕ່ບໍ່ແມ່ນສິ່ງທີ່ຈະມາລ້ຽງຊີບໄດ້ເລື່ອງນີ້ເປັນສາເຫດໜຶ່ງ ທີ່ເຮັດໃຫ້ລາວພໍ່ຕັດສິນໃຈໃຫ້ພວກເຂົາເປັນນັກກິລາໃນນາມຂອງປະເທດຍີ່ປຸ່ນເສັ້ນທາງນັກເທັນນິສບໍ່ສາມາດເອົາຊະນະ ມາຣີິ ຜູ້ເປັນເອື້ອຍໄດ້ເລີຍ ດັ່ງນັ້ນເປົ້າໝາຍທຳອິດຂອງລາວ ຈິ່ງເປັນການຝຶກຊ້ອມເພື່ອເອົາຊະນະເອື້ອຍ.
ຫລັງຈາກການຝຶກຊ້ອມຢ່າງໜັກໃນທີ່ສຸດ ນາງ ກໍເຂົ້າສູ່ການ ເປັນນັກກິລາອາຊີບໃນປີ 2013 ພໍຮອດປີອາຍຸ 16 ປີ ລາວກໍສາມາດເອົາຊະນະເອື້ອຍໃນການແຂ່ງຂັນໄດ້ສຳເລັດຫລັງຈາກນັ້ນ ລາວກໍເດີນເສັ້ນທາງນັກເທັນນິສແບບມື້ອາຊີບ ເລີ່ມເປັນໄລຍະຂາຂຶ້ນໂດຍໃນປີ 2018 ກາຍເປັນຈຸດສົນໃຈ ຫລັງຈາກທີ່ລາວເອົາຊະນະເຊເຣນາ ວິລລຽມ ນັກເທັນນິສຮຸ່ນເອື້ອຍ ທີ່ເປັນຄືໂຕແບບຂອງລາວ ໃນການແຂ່ງຂັນ U.S. Open ເຊິ່ງຖືເປັນໜຶ່ງໃນສີ່ລາຍການໃຫຍ່ຂອງໂລກ ທີ່ເອີ້ນລວມກັນວ່າ “ແກນສະແລ້ມ” ເຖິງວ່າການແຂງຂັນຄັ້ງນັ້ນຈະຜ່ານໄປແບບບໍ່ຄ່ອຍລາບສົມແບບປານໃດເນື່ອງຈາກ ເຊເຣນາ ວິລລຽມ ບໍ່ພຽງໃຈການຕັດສິນຂອງກຳມະການ ຈົນເຮັດໃຫ້ຖືກຕັດຄະແນນສ່ວນກອງເຊຍ ເບິ່ງຄືວ່າຈະບໍ່ພໍໃຈທີ່ຜົນງານອອກມາແບບນີ້ ສຸດທ້າຍເຖິງວ່າ ນາງຈະສາມາດ ຄອງສະຖິຕິໄດ້ດີກວ່າ ແລະ ເອົາຊະນະ ເຊເຣນາ ວິລລຽມ ແຕ່ລາວກໍບໍ່ໄດ້ສະແດງຄວາມດີໃຈໄດ້ເຕັມທີ່ເພາະຜູ້ຊົມຫລາຍຄົນຮ້ອງສະແດງຄວາມບໍ່ພໍໃຈກັບຜົນການຕັດສິນໃຈຈົນ ເຊເຣນາ ວິລລຽມ ຕ້ອງອອກມາເວົ້າວ່າ ນາໂອມິ ໂອຊະກະ ເຮັດໄດ້ດີຫລາຍແທ້ ໃນການແຂ່ງຂັນຢ່າງໃດກໍຕາມ ຕອນທີ່ຂຶ້ນຮັບຖ້ວຍລາງວັນ ໄດ້ກ່າວຂໍໂທດທີ່ການແຂ່ງຂັນຈົບລົງແບບນີ້ ແລະ ຂອບໃຈທຸກຄົນທີ່ມາຊົມ ລາວຝັນມາຕະຫລອດວ່າ ຈະໄດ້ແຂ່ງກັບ ເຊເຣນາ ວິລລຽມ ແລະ ດີໃຈຫລາຍທີ່ໂອກາດນັ້ນເປັນຈິງຫລ້າສຸດກໍໄດ້ເປັນໂຕແທນນັກກິລາ ຈາກທີມຍີ່ປຸ່ນ ໃນງານໂອແລມປິກ ລະດູຮ້ອນ ທີ່ຖືກເລື່ອນອອກໄປ ເພາະເຫດບໍ່ຄາດຝັນເລື່ອງ COVID-19 ແຕ່ການເອົາຊະນະຄູ່ແຂງທີ່ເປັນຕຳນານຂອງວົງການລວມຮອດການເປັນໂຕແທນນັກກິລາໂອແລມປິກກໍໄດ້ຮັບຄວາມສົນໃຈຈາກແບຣນສິນຄ້າຈຳນວນຫລາຍໂດຍປັດຈຸບັນຜູ້ສະໜັບສະໜູນ ມີຫລາຍປະມານ 10 ກວ່າແບຣນສິນຄ້າເຊັ່ນ: Nissan Motor, Shiseido, Nike, ລວມຮອດ Yonex ແບຣນ ໄມ້ເທັນນິສທີ່ລາວໃຊ້ແຂ່ງຂັນມາຕະຫລອດທັງໝົດນີ້ເຮັດໃຫ້ ກາຍເປັນນັກກິລາທີ່ມີລາຍໄດ້ສູງສຸດໃນໂລກ ຕອນອາຍຸ 22 ປີ.
ໂດຍໃນຮອບ 12 ເດືອນທີ່ຜ່ານມາເຮັດລາຍໄດ້ສູງ 1.190 ລ້ານບາດ ທັງເງິນລາງວັນຈາກການແຂ່ງຂັນ ແລະ ເງິນຈາກຜູ້ສະໜັບສະໜູນ ເຊິ່ງທີ່ຜ່ານມາ ມີອາຍຸ 22 ປີ ຄອງສະຖິຕິນີ້ມາຕິດຕໍ່ກັນ 4 ປີ ອາຊີບນັກກິລາ ສ້າງລາຍໄດ້ເກືອບ 1 ລ້ານບາດ (ສະກຸນເງິນໄທ) ອີກປະເດັນກໍຄືກ່ອນໜ້າ ມີອາຍຸ 22 ປີນັກກິລາຍິງທີ່ມີລາຍໄດ້ສູງສຸດໃນໂລກຄື ນັກເທັນນິກຊາວຣັດເຊຍ Maria Sharapova ແລະ ຈາກສະຖິຕິທີ່ຜ່ານມາ ເບິ່ງຄືວ່າ ເທັນນິກຈະເປັນກິລາພຽງຊະນິດດຽວທີ່ພາໃຫ້ນັກກິລາຍິງມີລາຍໄດ້ສູງຈົນຕິດ 100 ອັນດັບທຳອິດຂອງໂລກ ເຊິ່ງສ່ວນໜຶ່ງ ກໍເພາະເປັນກິລາ ຊາຍ ແລະ ຍິງ ທີ່ມີຄວາມເທົ່າທຽມກັນທັງດ້ານເງິນລາງວັນ ແລະ ຄວາມນິຍົມຂອງຄົນເບິ່ງອ່ານມາຮອດຕອນນີ້ ເຮົາຄົງເຫັນໄດ້ວ່າ ໄຊຊະນະ ແຕ່ລະຄັ້ງບໍ່ໄດ້ເປັນພຽງການເອົາຊະນະຄູ່ແຂ່ງແຕ່ຍັງເປັນການພິສູດໂຕເອງ ເພື່ອໃຫ້ເປັນທີ່ຍອມຮັບທັງຈາກສາຍຕາຄົນນອກ ແລະ ສາຍຕາຈາກຄົນທົ່ວປະເທດທີ່ລາວຄິດວ່າ: ເປັນບ້ານເກີດໂດຍສະເພາະຄົນຢູ່ໃນຄອບຄົວຂອງລາວເອງເພາະທີ່ແທ້ຈິງແລ້ວເປັນລູກຊອດ ທີ່ໄດ້ຮັບການຍອມຮັບຈາກຄົນຍີ່ປຸ່ນໂດຍທີ່ຜ່ານມາ ຄົນຍີ່ປຸ່ນເຄຍບໍ່ພໍໃຈທີ Ariana Miyamoto ນາງແບບລູກເຄິ່ງ ຄວ້າມົງກຸດ Miss Universe Japan ໃນປີ 2015 ເນື່ອງຈາກລາວມີຜິວສີເຂັ້ມ ແລະ ໜ້າບໍ່ມີຄວາມເປັນຍີ່ປຸ່ນແຕ່ໃນກໍລະນີອາດຕ່າງໄປຈາກເລື່ອງນີ້ເພາະການຊະນະການແຂ່ງຂັນແຕ່ລະຄັ້ງຂອງລາວ ໝາຍເຖິງການສ້າງຊື່ສຽງໃຫ້ກັບປະເທດ ເຊິ່ງເຮັດໃຫ້ຄົນໃນຄອບຄົວ ລວມຮອດຊາວຍີ່ປຸ່ນຄົນອື່ນຄ່ອຍໆ ຍອມຮັບຄວາມສາມາດຂອງລາວ.
ດັ່ງນັ້ນຄູ່ແຂ່ງຂາງລາວອາດຈະບໍ່ແມ່ນນັກເທັນນິກທີ່ຢູ່ອີກຝຣັ່ງແຕ່ເປັນໃຈຂອງຄົນເບິ່ງ ທີ່ລາວຕ້ອງເອົາຊະນະໃຫ້ໄດ້ ເພື່ອພິສູດໂຕເອງ ແລະ ໃນວັນນີ້ລາວກໍເຮັດໄດ້ໃນທີ່ສຸດ.

