ທຣຳ ຢາກເປັນຜູ້ນຳກຳອຳນາດທັງໝົດ

ທຣຳ ນັບມື້ຍັບເຂົ້າໃກ້ກັບຮູບແບບຜູ້ນຳກຳອຳນາດທີ່ແຂງແກ່ນ ທີເຂົາລ້ຽງຄວາມຫວັງໄວ້ແຕ່ດົນ. ປະທານາທິບໍດີ ໂດນັລທຣຳ ຢາກເປັນຜູ້ນຳຕາມຮູບແບບຂອງ ວະລາດີເມຍ ປູຕິນ ເພາະ“ມີອຳນາດຄວບຄຸມທີ່ແຂງແກ່ນ” ແລະ ຍົກຍ້ອງການສະແດງ “ອຳນາດທີ່ແຂງແຮງ” ຂອງຜູ້ນຳຈີນ, ປັດຈຸບັນເຂົາກຳລັງຂົ່ມຂູ່ວ່າຈະສົ່ງກຳລັງທະຫານໄປແຕ່ລະລັດເພື່ອປາບປາມຂະບວນປະທ້ວງ.

ທຣຳ ຮຽກຮ້ອງໃຫ້ເຈົ້າຄອງແຕ່ລະລັດ ໃຫ້ລົງໂທດຕໍ່ຜູ້ປະທ້ວງ ອັນທີ່ເຂົາກ່າວຫາວ່າ “ການກໍ່ການຮ້າຍ” ແລະ ເຂົາຍັງສະໜັບສະໜູນກັບຄຳຮຽກຮ້ອງບໍ່ປະນິປະນອມຕໍ່ຜູ້ປະທ້ວງຂອງສະມາຊິກສະພາທ່ານ Tom Cotton ທີ່ໄດ້ສົ່ງກຳລັງທະຫານຕ້ານ ຟາດຊິດອັນຕິຟາ(Antifa)ຊຶ່ງເຂົາອ້າງວ່າ gxaoການ “ກໍ່ການຮ້າຍ”.

ທຣຳ ປະກາດຕໍ່ຜູ້ປະທ້ວງງວ່າ: “ເມື່ອໃດຫາກມີຄຳສັ່ງວ່າເລີ່ມຕົ້ນ ແມ່ນເມື່ອນັ້ນຈະມີສຽງປືນດັງຂຶ້ນ”.

ວັນທີ 1 ມີຖຸນາ ທຣຳ ໄດ້ສັ່ງໃຫ້ທະຫານປາບປາມຜູ້ປະທ້ວງ ທີ່ເຄື່ອນກຳລັງອ້ອມຮອບສວນສາທາລະນະ Lafayette ໂດຍການໜູນຫຼັງຂອງກະຊວງປ້ອງກັນປະເທດ. ລັດຖະມົນຕີກະຊວງປ້ອງກັນປະເທດ Mark T. Esper ແລະ ປະທານທີ່ປຶກສາສຳພັນທະມິດທາງການທະຫານ Mark Milley ກໍມີໜ້າໃນມື້ນັ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ