ພຽງ 5 ມື້ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 55 ຄົນ

ສູນຂ່າວສານການແພດ ສຸຂະສຶກສາ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019 ຫາ ວັນທີ 3 ມິຖຸນາ 2020 ນີ້ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຢູ່ທົ່ວປະເທດ ຈໍານວນ 1.586 ກໍລະນີ ແລະ ເສຍຊີວິດ 4 ກໍລະນີ ແລະ ມາຮອດວັນທີ 7 ມິຖຸນາ 2020 ຕົວເລກແມ່ນເພີ່ມຂຶ້ນເປັນ 1.641 ກໍລະນີ ແລະ ເສຍຊີວິດ 4 ກໍລະນີ.

ໃນນີ້, ນະຄອນຫລວງວຽງຈັນ ເປັນແຂວງທີ່ພົບຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າໝູ່ ເຊິ່ງຕົວເລກຢູ່ທີ່ 381 ກໍລະນີ ແລະ ເສຍຊີວິດແລ້ວ 2 ຄົນ, ແຂວງ ວຽງຈັນ 235 ກໍລະນີ, ອັດຕະປື 213 ກໍລະນີ, ບໍລິຄຳໄຊ 170 ກໍລະນີ, ຄຳມ່ວນ 140 ກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ, ສະຫວັນນະເຂດ 112 ກໍລະນີ, ສາລະວັນ 96 ກໍລະນີ, ໄຊຍະບູລີ 90 ກໍລະນີ ແລະ ເສຍຊີວິດແລ້ວ 1 ຄົນ, ເຊກອງ 48 ກໍລະນີ, ຫລວງນໍ້າທາ 37 ກໍລະນີ, ໄຊສົມບູນ 32 ກໍລະນີ, ອຸດົມໄຊ 32 ກໍລະນີ, ຫລວງພະບາງ 28 ກໍລະນີ, ບໍ່ແກ້ວ 11 ກໍລະນີ, ຈຳປາສັກ 10 ກໍລະນີ, ຜົ້ງສາລີ 5 ກໍລະນີ, ຫົວພັນ 1 ກໍລະນີ. ສໍາລັບ ແຂວງຊຽງຂວາງ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍດັ່ງກ່າວ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ