ອູຮັ່ນປະກາດ ບໍ່ມີໄວຣັສໂຄໂຣນາອີກແລ້ວ

ເຈົ້າໜ້າທີ່ເມືອງອູຮັ່ນ ປະກາດວ່າ ເມືອງອູຮັ່ນບໍ່ມີເຊື້ອພະຍາດລະບົບທາງເດີນຫາຍໃຈ ໂຄວິດ-19 ອີກແລ້ວ ເພາະຜ່ານການກວດຫາເຊື້ອຄັ້ງໃຫ່ຍທົ່ວເມືອງອູຮັ່ນ 10 ລ້ານຄົນ ບໍ່ພົບຜູ້ຕິດເຊື້ອ.

ນັກຂ່າວຈາກສຳນັກຂ່າວຫວຽດນາມປະຈຳຢູ່ ອູຮັ່ນ ໃຫ້ຮູ້ວ່າ: ອູຮັ່ນໄດ້ດຳເນີນການກວດຫາເຊື້ອເປັນວົງກວ້າງໃຫ້ພົນລະເມືອງ 9,9 ຄົນແຕ່ວັນທີ 14 ພຶດສະພາຫ່ວັນທີ 1 ມີຖຸນາດ້ວຍ axit nucleicເພື່ອຫວັງກຳຈັດການແຜ່ລະບາດໃຫ້ໝົດໄປ.

ການຖະແຫຼງຂ່າວຂອງອົງການການແພດສາທາລະນະຢູ່ທີ່ແຂວງ ຫູເປີຍໃຫ້ຮູ້ວ່າ: ຜົນຂອງການກວດຫາເຊື້ອບໍ່ພົບຜູ້ຕິດເຊື້ອແມ່ນແຕ່ຄົນດຽວ.

ຄະນະກຳມະການທາງການແພດແຫ່ງຊາດຈີນໃຫ້ຮູ້ວ່າ: ຜ່ານການວິເຄາະ 106 ຕົວຢ່າງຈາກກໍລະນີຜູ້ຕິດເຊື້ອ ແຕ່ບໍ່ສະແດງອາການໃຫ້ຮູ້ວ່າ ເຊື້ອໄວຣັສບໍ່ມີການເຄື່ອນໄຫວອີກແລ້ວ. ເຈົ້າໜ້າທີ່ເມືອງ ອູຮັ່ນໃຫ້ຮູ້ວ່າ ທັງໝົດ 1.174 ຄົນ ທີ່ໃກ້ສິດກັບຜູ້ຕິດເຊື້ອລ້ວນແຕ່ເປັນຜົນລົບ.

ຜົນຂອງການກວດຫາເຊື້ອໃຫ້ປະຊາຊົນ ອູຮັ່ນ ທັງໝົດນັ້ນ ໄດ້ກາຍເປັນສັນຍານເຕືອນວ່າ ບັ້ນຮົບລົບກັບໂຄວິດຂອງຈີນໄດ້ຮັບໄຊຊະນະແລ້ວ. ວັນທີ 2 ມີຖຸນາ ປະເທດຈີນບໍ່ພົບຜູ້ຕິດເຊື້ອລາຍໃໝ່ກໍຄືບໍ່ມີຜູ້ເສຍຊີວິດເພີ່ມ. ວັນທີ 3 ມີຖຸນາ ຈີນແຜ່ນດິນໃຫ່ຍມີຜູ້ຕິດເຊື້ອສະສົມ 83.021ກໍລະນີ ແລະ ມີຜູ້ເສຍຊີວິດ 4.634 ຄົນ. ມີຜູ້ໄດ້ອອກໂຮງໝໍທັງໝົດ 78.314 ຄົນ ແລະ ຍັງ 73 ຄົນກຳລັງສືຍຕໍ່ປິ່ນປົວຢູ່ໃນໂຮງໝໍແຫ່ງຕ່າງໆໃນຂະນະນີ້.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baotintuc.vn)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ