ເລືອດຂອງຜູ້ປົວຫາຍດີຈາກພະຍາດໂຄວິດ-19ມີລາຄາຂາຍ 1.000 USD/ml

ພາຍຫຼັງມີການຈຳກັດຜະລິດເຄື່ອງວັດແທກພູມຄຸ້ມກັນຂອງຮ່າງກາຍ, ເລືອດຂອງຜູ້ປົວຫາຍດີຈາກພະຍາດໂຄວິດ-19 ໄດ້ກາຍເປັນສິນຄ້າລາຄາແພງ.

ໜຶ່ງໃນບັນດາວິທີຊອກຫາພູມຄຸ້ມກັນຕ້ານໂຄວິດ-19 ຂອງຮ່າງກາຍ ແມ່ນການວິເຄາະຈາກເລືອດຂອງຜູ້ປົວຫາຍດີຈາກພະຍາດໂຄວິດ, ແຕ່ບັນດາທ່ານໝໍ ແລະ ນັກວິທະຍາສາດໄດ້ພົບຄວາມຫຍຸ້ງຍາກ ໃນການທີ່ໄດ້ມາເລືອດຂອງຄົນຈຳພວກນີ້.

ທ່ານ Stefanie Lenart-Dallezotte ຜູ້ບໍລິຫານການຕະຫຼາດຂອງບໍລິສັດEpitope Diagnostics ຜະລິດເຄື່ອງວັດແທກພູມຄຸ້ມກັນຕ້ານໂຄວິດ-19 ຂອງຮ່າງກາຍ ກ່າວວ່າ: “ອັນເນື່ອງມາຈາກຄວາມຕ້ອງການນັບມື້ສູງຂຶ້ນ, ຈຶ່ງເຮັດໃຫ້ລາຄາເລືອດຖີບໂຕຂຶ້ນສູງ”

ທ່ານ Stefanie ກ່າວຢໍ້າວ່າ:ຜູ້ທີ່ເປັນນາຍໜ້າຄ້າຂາຍເລືອດພາລາສະມາ(Plasma) ຂອງຜູ້ປົວຫາຍດີຈາກພະຍາດໂຄວິດ-19 ໄດ້ຂາຍໃນລາຄາ 1.000 USD/ml.

ເລືອດພາລາສະມາ(Plasma) ແມ່ນໜຶ່ງໃນສອງພາກສ່ວນຂອງເລືອດທີ່ບັນຈຸເຊື້ອໄວຣັດໃນພາວະບໍ່ເກີດຮູບຮ່າງ ແລະ ລະລາຍໃນ ໂປຣຕິນ(protein), ຮໍໂມນ(hormone) ແລະ ທາດອື່ນໆ. ເລືອດພາລາສະມາ ມີສີເຫຼືອງອ່ອນ, ແຫຼວ ແລະ ກວມເຖິງ 55% ຂອງບໍລິມາດເລືອດທັງໝົດ.

ນາຍໜ້າຄ້າຂາຍເລືອດ ມັກຈະຊອກຊື້ເລືອດດ້ວຍສອງວິທີທາງເຊັ່ນ: ວິທີທາງທີໜຶ່ງ: ແມ່ນຜູກຂາດກັບສູນບໍລິຈາກເລືອດ, ເຂົາຈະຈ່າຍເງິນໄວ້ລ່ວງໜ້າ ແລະ ເຂົາຈະເອົາເລືອດພາລາສະມາໄປຂາຍຕໍ່ດ້ວຍລາຄາສູງ.

ຈຳພວກໜຶ່ງອີກກໍຫາຊື້ເອົາເລືອດທີ່ເສດເຫຼືອ ຈາກຫ້ອງທົດລອງ, ຫ້ອງວິເຄາະ ທີ່ນັກວິທະຍາສາດນຳໃຊ້ໃນການເຮັດທົດລອງ ແລະ ຈະຖິ້ມໄປຊື່ໆ.

ຖ້າຫາກມີຄົນຊອກຊື້ ເຂົາກໍຈະຂາຍອອກດ້ວຍລາຄາຍ່ອມເຍົາ ເພື່ອປະຢັດງົບປະມານໃນການກຳຈັດພວກມັນ.

ນັກສະສົມເລືອດຂອງເຢຍລະມັນ ທ່ານ Biomex GmbH ໃຫ້ຮູ້ວ່າ: ຄວາມຮຽກຮ້ອງຕ້ອງການເລືອດຈາກລູກຄ້າແມ່ນເໜືອຄວາມສາມາດທີ່ຈະຕອບສະໜອງໄດ້.

ບໍລິສັດດັ່ງກ່າວເກັບຊື້ ເລືອດຂອງຜູ້ປົວຫາຍດີຈາກພະຍາດໂຄວິດ-19ກັບບັນດາສູນສະສົມເລືອກທີ່ Heidelberg ແລະ Munich.ຖ້າຜູ້ໃດຫາກບໍລິຈາກເລືອດຈະໄດ້ຮັບຄ່າຕອບແທນປະມານ 271 USD ຕໍ່ປະລິມານເລືອດ 650-850 ml(ເລືອດ ພາລາສະມາ) ແລະ ທາງບໍລິສັດປະຕິເສດລາຄາຂາຍຕໍ່.

ບໍລິສັດ Boca Biolistic LLC ມີສຳນັກງານຕັ້ງຢູ່ລັດ Florida ໃຫ້ຮູ້ວ່າ: ລາຄາເລືອດຂອງຜູ້ປົວຫາຍດີຈາກພະຍາດໂຄວິດ-19 ກຳລັງຖີບໂຕຂຶ້ນສູງ.

ບໍລິສັດດັ່ງກ່າວໄດ້ຂາຍໄປແລ້ວ 10 ຊຸດເລືອດບວກ ແລະ 10 ຊຸດເລືອດລົບໃນລາຄາ 500 USD. ຜູ້ຕາງໜ້າບໍລິສັດ Boca ໃຫ້ຮູ້ວ່າ ບໍລິສັດໄດ້ມີແຜນການເກັບຊື້ເລືອດຈາກຜູ້ປ່ວຍໂຄວີດຫາຍດີ ເປັນແຕ່ລະໄລຍະທີ່ແຕກຕ່າງກັນ ເພື່ອຊອກຮູ້ກ່ຽວກັບລະດັບຄວາມເຂັ້ມຂຸ້ນຂອງພູມຄຸ້ມກັນໃນເລືອດ.

ບັນດາສູນທີ່ເຮັດໜ້າທີ່ນາຍໜ້າກໍພົບຄວາມຫຍຸ້ງຍາກຫຼາຍປະການ ເພາະ ສູນຕອບສະໜອງເລືອດແຕ່ລະແຫ່ງກໍເລີ່ມບົກແຫ້ງລົງ ເພາະກໍລະນີຕິດເຊື້ອຢູ່ເຢຍລະມັນກໍຫຼຸດລົງຢ່າງໄວວາ, ຍັງພຽງແຕ່ 1/3 ຂອງຜູ້ບໍລິຈາກເລືອດທີ່ມີລະດັບຄວາມເຂັ້ມຂຸ້ນຂອງພູມຄຸ້ມກັນສູງເທົ່ານັ້ນ.

ເລືອດໄດ້ກາຍເປັນສິນຄ້າທີ່ມີລາຄາແພງ ຈຶ່ງໄດ້ເກີດມີການແກ້ງແຍ້ງແຂ່ງຂັນສູງ. ທ່ານ Levin ໃຫ້ຮູ້ວ່າ ນາຍໜ້າທັງຫຼາຍໄດ້ຂາຍເລືອດຂອງຜູ້ປົວຫາຍດີຈາກພະຍາດໂຄວິດ-19 ໃນລາຄາ 1.000 USD ຕໍ່ຊຸດໃນໄລຍະໂຄວິດ-19 ລະບາດ ແຕ່ດຽວນີ້ໄດ້ຫຼຸດລົງມາຢູ່ທີ່ລາຄາ 100-300 USD.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ