ໄລຍະໂຄວິດ-19 ສະຫະລັດສູນເສຍມູນຄ່າທາງເສດຖະກິດເຖິງ 8.000 ຕື້ໂດລາ ແລະ ຈະຕ້ອງໃຊ້ເວລາ 10 ປີ ເພື່ອຟື້ນຟູຄືນ

CBO ພະຍາກອນວ່າ, ໄລຍະໂຄວິດ-19 ນັ້ນ ມູນຄ່າທາງເສດຖະກິດຂອງສະຫະລັດເສຍຫາຍເຖິງ 8.000 ຕື້ໂດລາ ໃນທົດສະຫວັດນີ້, ຫຼຸດລົງປະມານ 3% ຖ້າທຽບໃສ່ການພະຍາກອນຄັ້ງກ່ອນໜ້ານັ້ນ ກ່ອນທີ່ຈະມີພະຍາດລະບາດຂຶ້ນ.

ການໃຊ້ຈ່າຍເຂົ້າໃນຄ່າໃຊ້ສອຍຈະສືບຕໍ່ຫຼຸດລົງ ອັນເນື່ອງມາຈາກອັດຕາຫວ່າງງານເພີ່ມຂຶ້ນ. ຊາວອາເມລິກາຫຼາຍຄົນຕົກງານ ແລະ ຈະໄດ້ກັບຄືນໄປເຮັດວຽກໃນເມື່ອລັດຕ່າງໆເລີ່ມເປີດປະຕູໃນລະດູແລ້ງນີ້ເທົ່ານັ້ນ. ບັນດານັກຊ່ຽວຊານຂອງ CBO ພະຍາກອນວ່າ ສະຫະລັດຈະຕ້ອງເສຍເວລາເຖິງ 10 ປີ ເພື່ອໃຫ້ອັດຕາສ່ວນວຽກເຮັດງານທຳກັບຄືນມາເປັນປົກກະຕິຄືກັນກັບກ່ອນພະຍາດຈະລະບາດຂຶ້ນ.

ອີງຕາມການຕີລາຄາຂອງ CBO , ສະພາຂອງສະຫະລັດໄດ້ຜ່ານຍັດຕີສະບັບໜຶ່ງໃນທ້າຍເດືອນມີຖຸນາຜ່ານມານັ້ນແມ່ນເພື່ອໃຫ້ບັນດາໂຄງການຕ່າງໆໄດ້ກະຕຸ້ນມູນຄ່າເສດຖະກິດເພີ່ມຂຶ້ນເຖິງ 3,3 ພັນຕື້ໂດລາ ເພື່ອຊ່ວຍຟື້ນຟຸພາວະເສດຖະກິດຕົກຕໍ່າເທົ່ານັ້ນ.

ບົດລາຍງານສະບັບປັບປຸງຂອງ CBO ໃຫ້ຮູ້ວ່າ ບັນດາໂຮງຈັກໂຮງງານໃນສະຫະລັດອາເມລິກາ ແລະ ຢູ່ຕ່າງປະເທດຈະສືບຕໍ່ຫຼຸດມູນຄ່າການຜະລິດລົງ ແລະ ຈະຫຼຸດຈຳນວນກຳມະກອນລົງໃນເດືອນພຶດສະພາ, ເຖິງແມ່ນວ່າພາວະການຕົກຕໍ່າຈະຊ້າລົງໃນເມື່ອລັດຖະບານຈະປົດລ໊ອກແລ້ວກໍຕາມ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ https://baoquocte.vn)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ