ຄະນະປະຈຳສະພາແຫ່ງຊາດຫວຽດນາມໄຂຂອງປະຊຸມສາມັນຄັ້ງທີ 45 ຂອງຕົນຂຶ້ນຢ່າງເປັນທາງການ

ກອງປະຊຸມສາມັນຄັ້ງ45 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ,

 ວັນທີ 1 ມີຖຸນາ 2020

ແຫຼ່ງຂ່າວຈາກ VOV.VN ໃຫ້ຮູ້ວ່າ: ເນື້ອໃນທີ່ຈັບຕາມອງໃນກອງປະຊຸມຄັ້ງນີ້ ກໍຄືຄຳຄິດຄຳເຫັນກ່ຽວກັບການເຮັດທົດລອງສ້າງກົນໄກ, ນະໂຍບາຍທາງດ້ານການເງິນ ແລະ ງົບປະມານ ທີ່ມີລັກສະນະສະເພາະຂອງນະຄອນ ຮ່າໂນ້ຍ.

ວາລະກອງປະຊຸມໃນຕອນເຊົ້າມື້ນີ້(1/6/2020) ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ຕໍ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບກົນໄກ, ນະໂຍບາຍທາງດ້ານການເງິນ ແລະ ງົບປະມານສະເພາະຂອງນະຄອນຮ່າໂນ້ຍ. ປະກອບຄຳຄິດຄຳເຫັນຕໍ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບຫຼັກການ, ມາດຖານ ແລະ ການຈັດສັນງົບປະມານການລົງທຶນຈາກງົບປະມານຂອງລັດ ໃນໄລຍະແຕ່ປີ 2021-2025 ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງມະຕີຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຮັບຮອງ ແລະ ໃຫ້ຈັດຕັ້ງປະຕິບັດທົດລອງຄຳຕັດສິນຂອງອົງກອນແກ້ໄຂຂໍ້ຂັດແຍ່ງການລົງທຶນຕາມສົນທິສັນຍາການປົກປ້ອງການລົງທຶນລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ກັບສະຫະພາບເອີໂຣບ ແລະ ບັນດາປະເທດສະມາຊິກຂອງສະຫະພາບເອີໂຣບ(EVIPA).

ຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດຈະມີຄຳເຫັນຊີ້ນຳ ແກ້ໄຂການລົງທຶນໂຄງການການກໍ່ສ້າງເສັ້ນທາງດ່ວນແຕ່ພາກເໜືອ ຫາ ພາກໃຕ້ໃນໄລຍະປີ 2017-2020 ແລະ ບົດສະຫຼຸບຜົນຂອງການຈັດຕັ້ງປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການເຮັດທົດລອງໂຮມຫ້ອງການຜູ້ແທນສະພາ, ຫ້ອງການສະພາປະຊາຊົນ ແລະ ຫ້ອງການຄະນະກຳມະການປະຊາຊົນຂັ້ນແຂວງເຂົ້າກັນ.

ຂ່າວ: ລູກເມືອງພວນ ( ແຫຼ່ງຂ່າວ VOV.VN )

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ