ໃຊ້ໂທລະສັບມືຖືເວລາຝົນຕົກ ຟ້າຮ້ອງ ຈະຖືກຟ້າຜ່າບໍ່ ?

ຟ້າຜ່າແມ່ນປະກົດການທຳມະຊາດທີ່ເກີດຂຶ້ນໃນພາວະກ້ອນເມກເຄື່ອນທີ່ເຂົ້າອາຫາກັນເກີດການສຽດສີກັບໂມເລກຸນຂອງນ້ຳ ແລະ ນ້ຳແຂງໃນກ້ອນເມກ ເຮັດໃຫ້ເກີດການແຕກຕົວຂອງກະແສໄຟຟ້າ ໂດຍກະແສລົບໄຟຟ້າຈະຢູ່ທາງລຸ່ມຂອງກ້ອນເມກ ສ່ວນຂົ້ວບວກຈະຢູ່ທາງເທີງຂອງກ້ອນເມກ
ພື້ນທີ່ທີ່ມີຄວາມສ່ຽງຟ້າຜ່າແມ່ນເຂດທີ່ເປີດກວ້າງເຊັ່ນ: ສະລອຍນຳ້, ຫາດຊາຍ, ສະໜາມກອບ ແລະ ຈຸດສູງ…
ໂທລະສັບມືຖືບໍ່ແມ່ນເຫດໃຫ້ເກີດຟ້າຜ່າ ຟ້າຈະຜ່າລົງໃສ່ສິ່ງທີ່ສູງເດັ່ນ ແຕ່ມັນຈະມີເກີດຄວາມເສຍຫາຍໃຫ້ແກ່ບໍລິເວນອ້ອມຂ້າງທີ່ຟ້າໄດ້ຜ່າລົງມາ ຄື້ນແມ່ເຫລັກໄຟຟ້າ EMP ແພ່ກະຈາຍອອກໄປ, ຄື້ນ EMP ທີ່ກະຈາຍອອກນັ້ນຈະໄປຕັດໂຕນຳທີ່ຢູ່ອຸປະກອນໄຟຟ້າຕ່າງຯ ເມື່ອມີຄື້ນໄຟຟ້າມີຂະຫນາດສູງຈະເຮັດໃຫ້ເກີດການຊອດ ຫລື ລັດວົງຈອນ ເຮັດໃຫ້ອຸປະກອນໄຟຟ້າໄຟໃຫມ້ ຫລື ອຸປະກອນໄຟຟ້າທີ່ມີເບັດເຕີຣີ້ອາດຈະລະເບີດໄດ້ ( ໂດຍສະເພາະເບັດເຕີຣີ້ ໂທລະສັບ )
ເວົ້າງ່າຍຯຄື ການໃຊ້ໂທລະສັບໃນຂະຫນະຝົນຕົກ ມີໂອກາດເສຍຊີວິດຫລືພິການໄດ້. ແຕ່ເປັນຜົນຂ້າງຄຽງຂອງຟ້າຜ່າເຮັດໃຫ້ວົງຈອນຈົນເກີດລະເບີດ ບໍ່ແມ່ນຟ້າຜ່າລົງໂດຍກົງ ໃສ່ມືຖືຕາມຄວາມເຂົ້າໃຈ
ອ້າງອີງຈາກ: ທ່ານດຣ ຄົມສັນ ເພັດຊະລາ, ຫົວໜ້າ ຫ້ອງການ ຈຳລອງໄຟຟ້າຜ່າຟ້າຜ່າ ຄະນະວິສະວະ ກຳສາດ ມະຫາວິທະຍາໄລຈຸລາລົງກອນ
