ອີຣານ ສະເທືອນຂວັນ ຕໍ່ເຫດການຜູ້ເປັນພໍ່ຕັດຫົວລູກສາວອາຍຸ 14 ປີ

ກະແສຮືຮາເປັນວົງກວ້າງໃນສັງຄົມ ອີຣານ ຈາກເຫດການຜູ້ເປັນພໍ່ໃຊ້ ກ່ຽວຕັດຫົວລູກສາວຂອງຕົນເອງ ອາຍຸ 14 ປີ, ດ້ວຍເຫດຜົນທີ່ວ່າ ເພື່ອກຽດສັກສີຂອງຄອບຄົວ.

ຜູ້ເປັນພໍ່ຊື່ Reza Ashrafi ໄດ້ເກີດຄວາມໂມໂຫ ແລະ ໄດ້ຂ້າລູກສາວຂອງຕົນຊື່ Romina ທີ່ໄດ້ໂຕນໜີອອກຈາກເຮືອນໄປກັບຊາຍອາຍຸ 34 ປີຄົນໜຶ່ງ ຊື່ Bahamn Khavari. ຜຸ້ເປັນພໍ່ໄດ້ໃຊ້ກ່ຽວຕັດຫົວລູກສາວ ໃນຂະນະທີ່ລູກສາວກຳລັງນອນຢູ່. ເຫດການເກີດຂຶ້ນຢູ່ທີ່ລັດ Talesh ຊຶ່ງຫ່າງຈາກນະຄອນຫຼວງ Tehran ອອກໄປ 320 ກິໂລແມັດ.

ກ່ອນໜ້ານັ້ນ, ລູກສາວຂອງເຂົາໄດ້ອອກຈາກເຮືອນໄປເປັນເວລາ 5 ວັນ ແລະ ຖືກນຳສົ່ງໄປທີ່ສະຖານີຕຳຫຼວດແຫ່ງໜື່ງ, ຫຼັງຈາກນັ້ນ ພໍ່ຂອງເຂົາກໍໄດ້ໄປຮັບເອົາກັບຄືນມາເຮືອນ. ໃນຂະນະນັ້ນນາງເວົ້າກັບເຈົ້າໜ້າທີ່ຕຳຫຼວດວ່າ ເມື່ອກັບເມືອເຮືອນແລ້ວ ເຂົາຢ້ານພໍ່ທຳຮ້າຍເຂົາສິ່ງໃດສິ່ງໜຶ່ງ.

ອົງການໄອຍະການຂອງ ອີຣານໃຫ້ຮູ້ວ່າ ຄະດີຂອງ Romina ຈະຖືກດຳເນີນຢູ່ສານພິເສດ. ພໍ່ຂອງເຂົາ ຈະຖືກໂທດຈຳຄຸກສູງສຸດ 10 ປີ.

ຂ່າວ: ລູກເມືອງພວນ ( ແຫຼ່ງຂ່າວ Zingnews.vn)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ