ຮູ້ ຫຼື ບໍ່ ສປປ ລາວເຮົາມີ 46 ກິລາ ທີ່ຖືກຮັບຮອງຈາກ ສສກ

ຕາມການລາຍງານຂອງ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ສັງລວມຂໍ້ມູນບັນດາສະຫະພັນກິລາທີ່ຂຶ້ນທະບຽນ ແລະ ຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ເຊິ່ງມີທັງໝົດ 46 ກິລາ ໂດຍໄດ້ແບ່ງອອກເປັນ 43 ສະຫະພັນກິລາແຫ່ງຊາດ ແລະ 3 ສະໂມສອນກິລາແຫ່ງຊາດ ປະກອບມີ:1. ສະຫະພັນກິລາແລ່ນ-ລານແຫ່ງຊາດ
2. ສະຫະພັນກິລາມວຍສາກົນແຫ່ງຊາດ
3. ສະຫະພັນກິລາລອຍນໍ້າແຫ່ງຊາດ
4. ສະຫະພັນກິລາຢູໂດແຫ່ງຊາດ
5. ສະຫະພັນກິລາເທຄວັນໂດແຫ່ງຊາດ
6. ສະຫະພັນກິລາກາຣາເຕໂດແຫ່ງຊາດ
7. ສະຫະພັນກິລາປິ່ງປ່ອງແຫ່ງຊາດ
8. ສະຫະພັນກິລາເທັນນິສແຫ່ງຊາດ
9. ສະຫະພັນກິລາດອກປິກໄກ່ແຫ່ງຊາດ
10. ສະຫະພັນກິລາກ໊ອບແຫ່ງຊາດ
11. ສະຫະພັນກິລາວູຊູແຫ່ງຊາດ
12. ສະຫະພັນກິລາບານບ້ວງແຫ່ງຊາດ
13. ສະຫະພັນກິລາບານເຕະແຫ່ງຊາດ
14. ສະຫະພັນກິລາບານສົ່ງແຫ່ງຊາດ
15. ສະຫະພັນກິລາເປຕັງແຫ່ງຊາດ
16. ສະຫະພັນກິລາກະຕໍ້-ຊິນລອນແຫ່ງຊາດ
17. ສະຫະພັນກິລາມວຍລາວແຫ່ງຊາດ
18. ສະຫະພັນກິລາຣັກບີ້ແຫ່ງຊາດ
19. ສະຫະພັນກິລາຍິງປຶນແຫ່ງຊາດ
20. ສະຫະພັນກິລາປັນຈັກສິລັດ-ແຄມໂປແຫ່ງຊາດ
21. ສະຫະພັນກິລາຍິງທະນູແຫ່ງຊາດ
22. ສະຫະພັນກິລາໂວວີນາມແຫ່ງຊາດ
23. ສະຫະພັນກິລາລົດຖີບແຫ່ງຊາດ
24. ສະຫະພັນກິລາມວຍປ້ຳແຫ່ງຊາດ
25. ສະຫະພັນກິລາຍົກນໍ້າໜັກແຫ່ງຊາດ
26. ສະຫະພັນກິລາໜ້າເກັກແຫ່ງຊາດ
27. ສະຫະພັນກິລາໝາກຂ່າງແຫ່ງຊາດ
28. ສະຫະພັນກິລາໝາກແລ້ແຫ່ງຊາດ
29. ສະຫະພັນກິລາເຮືອຊ່ວງແຫ່ງຊາດ
30. ສະຫະພັນກິລາໝາກເສິກແຫ່ງຊາດ
31. ສະຫະພັນກິລາດຶງເຊືອກແຫ່ງຊາດ
32. ສະຫະພັນກິລາເບສບອນແຫ່ງຊາດ
33. ສະຫະພັນກິລາເພາະກາຍແຫ່ງຊາດ
34. ສະຫະພັນກິລາຊອຟເທັນນິສແຫ່ງຊາດ
35. ສະຫະພັນກິລາສະນຸກເກີແຫ່ງຊາດ
36. ສະຫະພັນກິລາໂບລິ້ງແຫ່ງຊາດ
37. ສະຫະພັນກິລາລົດຈັກ-ລົດໃຫຍ່ແຫ່ງຊາດ
38. ສະຫະພັນກິລາຄິກບ໋ອກຊິງແຫ່ງຊາດ
39. ສະຫະພັນກິລາອີສະປອດແຫ່ງຊາດ
40. ສະຫະພັນກິລາຮອກກີ້ແຫ່ງຊາດ
41. ສະຫະພັນກິລາບານມືແຫ່ງຊາດ
42. ສະຫະພັນກິລາໂວໂກຈຽນແຫ່ງຊາດ
43. ສະຫະພັນກິລາສິ່ງກີດຂວາງແຫ່ງຊາດ
+ ສະໂມສອນ
44. ສະໂມສອນກິລາຟັນດາບແຫ່ງຊາດ
45. ສະໂມສອນກິລາເຄື່ອງບິນເບົາແຫ່ງຊາດ
46. ສະໂມສອນກິລາໄອກິໂດແຫ່ງຊາດ
ທີ່ມາ: ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ

