“ນິວຄ໋ອບ” ຍົກເລີກການຜະລິດໜັງສືພິມ

ນິວຄ໋ອບ ອົດສະຕາລີ ໃນເຄື່ອບໍລິສັດນິວຄ໋ອບ ຂະຫນາດໃຫຍ່ຂອງ ທ່ານ ລູເພິດ ເມີດ໋ອກ ເຈົ້າວົງການສື່ສະຫະລັດ ໄດ້ປະກາດ ຢຸດການພິມໜັງສືພິມທ້ອງຖິ່ນຢູ່ອົດສະຕາລີຫລາຍກວ່າ 100 ສຳນັກ ເນື່ອງຈາກລາຍໄດ້ຈາກການໂຄສະນາບໍ່ມີ ຫລັງໄດ້ຮັບຜົນກະທົບຈາກມາດຕະການ ການລ໋ອກດາວເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່(ໂຄວິດ-19)

ນິວຄ໋ອບ ຖະແຫລງວ່າ: ນັບຕັ້ງແຕ່ເດືອນ ມິຖຸນາ ເປັນຕົ້ນໄປ ບໍລິສັດຈະປິດໜັງສືພິມທ້ອງຖິ່ນຢູ່ອົດສະຕາລີ ຈຳນວນ 76 ສຳນັກປ່ຽນໄປເປັນແບບອອນລາຍ ແລະ ອີກ 36 ສຳນັກ ນັ້ນຈະຖືກປິດໂຕລົງຢ່າງຖາວອນ, ເຊິ່ງຈະສົ່ງຜົນໃຫ້ບໍລິສັດຕ້ອງປັບຫລຸດຕ່ຳແໜງງານລົງ ແຕ່ກໍບໍ່ໄດ້ລະບຸເຖິງຈຳນວນພະນັກງານທີ່ຈະໄດ້ຮັບຜົນກະທົບໃນຄັ້ງນີ້.

ປະທານບໍລິຫານຂອງນິວຄ໋ອບ ອົດສະຕາລີ ໃຫ້ເຫດຜົນ ວ່າ: ຍ້ອນ “ຄ່າໂຄສະນາ ເຊິ່ງເປັນລາຍໄດ້ຫລັກຂອງບໍລິສັດຫລຸດລົງຢ່າງຕໍ່ເນື່ອງ”.ຊຶ່ງປັດຈຸບັນ “ບໍລິສັດກຳລັງປັບຮູບແບບຂອງນິວຄ໋ອບ ອົດສະຕາລີໃຫ້ສອດຄອ່ງກັບທິດທາງຂອງທຸລະກິດ ແລະ ຜູ້ບໍລິໂພກ”.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ