ໄທຈະພິຈາລະນາຂໍ້ຕົກລົງເຂົ້າຮ່ວມ ສົນທິສັນຍາຮ່ວມມືຮອບດ້ານແລະ ຄວາມກ້າວໜ້າ ອາຊີປາຊີຟິກ(CPTPP)

ສົນທິສັນຍາ CPTPP, 11 ປະເທດສະມາຊິກ. ພາບຈາກ:  AP.

ໄທໄດ້ຈັດຕັ້ງກົນໄກພິຈາລະນາຄວາມອາດສາມາດເຂົ້າຮ່ວມ ສົນທິສັນຍາຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ ອາຊີປາຊີຟິກ. ການຕັດສິນໃຈສຸດທ້າຍອາດຈະແມ່ນວັນທີ 30 ພຶດສະພານີ້.

ສຳນັກຂ່າວReutersໃຫ້ຮູ້ວ່າ ລັດຖະບານໄທ ໃນວັນທີ 26 ພຶດສະພານີ້, ໄດ້ເຫັນດີໃຫ້ຕັ້ງຄະນະກຳມະການຄົ້ນຄ້ວາພິຈາລະນາຄວາມອາດສາມາດເຂົ້າຮ່ວມສົນທິສັນຍາການຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ ອາຊີປາຊີຟິກ(CPTPP),  ພາຍຫຼັງມີຫຼາຍຄຳຄິດເຫັນຄັດຄ້ານ ທີ່ເວົ້າວ່າ ການເຂົ້າຮ່ວມ CPTPP  ຈະສ້າງຜົນກະທົບຕໍ່ພາກກະສິກຳຂອງປະເທດ.

ສະພາຜູ້ແທນປະຊາຊົນຂອງໄທ ຈະທາບທາມຢັ່ງຫາງສຽງໃນການຈະເຂົ້າຮ່ວມ CPTPP ຫຼື ບໍ່(ໂຄສົກລັດຖະບານ RachadaDhnadirek ປະກາດຕໍ່ສື່ມວນຊົນ).

ທ່ານ ນາງ Rachadaກ່າວວ່າ: “ຜົນສະຫຼູບຂອງຄະນະກຳມະການຈະເປັນປະໂຫຍດໃຫ້ແກ່ລັດຖະບານໃນການຕັດສິນໃຈວ່າຈະເຂົ້າຮ່ວມ CPTPP ຫຼື ບໍ່ ແລະ ລັດຖະບານຢາກໃຫ້ຮູ້ຜົນໂດຍໄວໃນວັນທີ 30 ພືດສະພານີ້”.

ລັດຖະມົນຕີກະຊວງການຄ້າຂອງໄທ ກ່ອນໜ້ານີ້ກໍໄດ້ຄົ້ນຄ້ວາບັນຫາດັ່ງກ່າວແລ້ວ ເຫັນວ່າການເຂົ້າຮ່ວມ  CPTPP ຈະຊ່ວຍຊຸກຍູ້ ການເພີ່ມຂຶ້ນທາງດ້ານເສດຖະກິດແຫ່ງຊາດ, ສ້າງເງື່ອນໄຂຫຼຸດຜ່ອນການກະທົບຈາກໂຄວິດ-19.

ອົງການ CPTPP ໄດ້ຮັບການລົງນາມໃນວັນທີ 8 ມີນາ 2018 ຊຶ່ງລວມມີ 11 ປະເທດສະມາຊິກ, ໃນນັ້ນລວມມີ ຫວຽດນາມ, ອົສຕາລີ, ບຣູໄນ, ການາດາ, ຊີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊິກໂກ, ນິບຊີແລນ, ເປຣູ ແລະ ສິງກະໂປ. ກ່ອນໜ້ານັ້ນ, ສະຫະລັດອາເມລິກາໄດ້ຖອນຕົວອອກຈາກສົນທະສັນຍາ TPP ໃນປີ 2017ຊຶ່ງແມ່ນຕົ້ນກຳເນີດຂອງ CPTPP ພາຍຫຼັງປະທານາທິບໍດີ ໂດນັລທຣຳ ຂຶ້ນກຳອຳນາດ.

ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ Zingnews.vn)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ