ບັນດາປະເທດທີ່ຈະເປີດການທ່ອງທ່ຽວໄວກວ່າໝູ່ພາຍຫຼັງໂຄວິດຜ່ອນຄາຍລົງ

ໂດຍ: ລູກເມືອງພວນ

ພ້ອມໆກັບຫວຽດນາມຍັງມີຫຼາຍປະເທດອີກ ທີ່ມີແຜນຈະເປີດການທ່ອງທ່ຽວສາກົນ ເພື່ອຟື້ນຟູເສດຖະກິດ.

ການໄປທ່ອງທ່ຽວທາງໄກຂ້າມພົມແດນແມ່ນຖືກກັນຫ້າມ ໃນໄລຍະໂຄວິດລະບາດ. ສະພາການທ່ອງທ່ຽວໂລກ (WTTC) ຄາດຄະເນວ່າຂະແໜງການທ່ອງທ່ຽວໄດ້ສູນເສຍລາຍໄດ້ເຖິງ 2,1 ພັນຕື້ໂດລາຍ້ອນການລະບາດຂອງເຊື້ອໄວຣັສໂຄວິດ ແລະ ມີປະມານ 75 ລ້ານຄົນຕົກງານ.

ເຖິງຢ່າງໃດກໍຕາມ, ບັນດາປະເທດທີ່ມີການຜ່ອນຜັນບັນດາມາດຕະການຕ້ານໂຄວິດນັ້ນ ການທ່ອງທ່ຽວກໍເລີ່ມຄຶກຄັກກັບຄືນມາອີກຄັ້ງ.

WeSwap ຊຶ່ງເປັນສະຖາບັນທຸລະກິດປ່ຽນເງິນຕາທີ່ໃຫ່ຍທີ່ສຸດໃນ ອັງກິດ ຄາດກະວ່າບັນດາປະເທດ ທີ່ຈະມີການເປີດຂະແໜງອຸດສາຫະກຳການທ່ອງທ່ຽວຄືນໃໝ່ກ່ອນໝູ່ພາຍຫຼັງຄວບຄຸມພະຍາດໂຄວິດ-19ໄດ້ນັ້ນ ຈະລວມມີ: Viet Nam, Fiji, Sri Lanka, Seychelles

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ