ສ. ອາເມລິກາມອບອຸປະກອນການແພດ ໃຫ້ສປປ ລາວ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19

ໃນວັນທີ 26 ພຶດສະພາ, 2020 ທີ່ສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາ ລະນະສຸກ, ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກກອນການແພດ ໃຫ້ແກ່ ສູນວິເຄາະ ແລະ ລະບາດວິທະຍາ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ ໂຄວິດ-19. ຕາງໜ້າມອບເຄື່ອງຊ່ວຍເຫລືອຄັ້ງນີ້, ໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະ ລັດອາເມລິກາປະຈຳ ສປປ ລາວ. ຕາງໜ້າຮັບໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.

ອຸປະກອນທາງການແພດ ທີ່ໄດ້ມອບຮັບໃນຄັ້ງນີ້ປະກອບ ມີ: ນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງສົ່ງຫ້ອງວິເຄາະ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ, ເຄື່ອງອົບຂ້າເຊື້ອ ແລະ ອຸປະກອນທົດລອງສຳລັບກວດຫາຜູ້ຕິດເຊື້ອ ເຊິ່ງລວມມີ ເຄື່ອງ RT-PCR, ເຊິ່ງອຸປະກອນເຫລົ່ານີ້ຈະນຳເຂົ້າໄປຮັບໃຊ້ໃນຫ້ອງທົດລອງຂອງ ສປປ ລາວ ເພື່ອຂະຫຍາຍການກວດຫາຜູ້ຕິດເຊື້ອໃຫ້ຫລາຍຂຶ້ນ ແລະ ຕິດຕາມຜູ້ທີ່ໄດ້ພົບປະກັບຜູ້ຕິດເຊື້ອທີ່ຜ່ານມາ.