5 ຂໍ້ຄວນລະວັງສຳລັບຄົນທີ່ມີຄວາມຮັກໃນຍຸກອອນລາຍ

ຄວາມຮັກໃນຍຸກອອນລາຍຕ້ອງລະວັງຫຍັງແດ່ :

  1. ຖືກຂໍ້ຫາອວດແຟນ : ກໍເປັນທຳມະດາສຳລັບຄົນມີຄວາມຮັກ, ຄົນມີແຟນ ແນ່ນອນວ່າໄລຍະຕົກຫລຸມຮັກກັນໃໝ່ໆກໍຕ້ອງມີຮູບຄູ່ມາລົງ ຄົນໃນໂລກອອນລາຍເຂົາເຫັນຕະຫລອດ ເຂົາກໍຕ້ອງຄິດວ່ານີ້ເປັນການໂອ້ອວດຢູ່ແລ້ວ ເຮັດແນວໃດໄດ້ ຖ້າທ່ານບໍ່ສົນໃຈ ແລ້ວຄິດວ່າມັນບໍ່ໄດ້ເຮັດໃຫ້ໃຜເດືອດຮ້ອນກໍເຮັດໄປເລີຍ.
  2. ຢ່າຜິດກັນອອກສື່ : ຈາກເລື່ອງຂອງຄົນສອງຄົນກໍຈະກາຍມາເປັນເລື່ອງຂອງຄົນໝົດກຸ່ມ ທັງຍັງເປັນເລື່ອງໜ້າອາຍນຳອີກ. ທາງທີ່ດີຖ້າຜິດກັນກໍໄປລົມກັນຫລັງໄມດີກ່ວາ, ລົມກັນໃຫ້ເຂົ້າໃຈ, ສະສາງກັນໃຫ້ຮຽບຮ້ອຍກ່ອນດີກ່ວາ.
  3. ຢ່າປຽບທຽບ : ສ່ວນຫລາຍທີ່ເຮົາເຫັນຊີວິດປະຈຳວັນຂອງຜູ້ຄົນໃນເຟສບຸກ, ໄອຈີ ພວກເຂົາກໍຈະແບ່ງປັນ ຫລື ແຊແຕ່ເລື່ອງດີໆເອົາໄວ້ເບິ່ງຫລິ້ນເປັນຄວາມຊົງຈຳ ເຊິ່ງບາງເທື່ອທ່ານອາດຈະຄິດວ່າ ເປັນຫຍັງຊີວິດເຂົາຄືດີແທ້ ແລ້ວເມື່ອເບິ່ງຍ້ອນກັບມາເບິ່ງໂຕເອງແລ້ວຮູ້ສຶກຫົດຫູ່ໃຈ ເປັນຫຍັງຊີວິດເຮົາບໍ່ດີຄືກັບເຂົາແດ່. ບອກໄດ້ເລີຍວ່າ ຊີວິດທຸກຄົນມັນມີບັນຫາໝົດ ແຕ່ຢູ່ບ່ອນວ່າເຂົາຈະແກ້ໄຂບັນຫາ ແລະ ສະແດງອອກມາແນວໃດ. ສະນັ້ນ ກໍຢ່າໄປອິດສາໃຜເລີຍ, ເປັນໂຕເອງນັ້ນດີທີ່ສຸດແລ້ວ.
  4. ການນອກໃຈ : ກໍດັ່ງທີ່ເຫັນ ປັດຈຸບັນອັນໃດກໍງ່າຍ ການທີ່ຜູ້ຄົນຈະມາລົມກັນ, ເຮັດຄວາມຮູ້ຈັກກັນ ມັນກໍງ່າຍຫລາຍຂຶ້ນ ພຽງແຕ່ທັກທາຍແຊັດເຟສບຸກໄປກໍລົມກັນໄດ້ແລ້ວ ເພາະສະນັ້ນ ລະວັງຂໍ້ນີ້ໃຫ້ດີ.
  5. ຄວາມເຂົ້າໃຈຜິດ : ເຂົາໄປກົດ Like ໃຜ, ເຂົາໄປ Commentໃຜ​, ເປັນຫຍັງໄປລົມກັບຄົນນັ້ນຫລາຍເທື່ອແທ້, ກຳລັງແອບລົມກັນຢູ່ຫລືບໍ່ ? ນີ້ຈະເປັນຄວາມເຂົ້າໃຈຜິດເບື້ອງຕົ້ນໃນໂລກອອນລາຍທີ່ຈະນຳໄປສູ່ການຜິດຖຽງກັນ ຖ້າພວກທ່ານບໍ່ເຊື່ອໃຈກັນຫລາຍພໍ. ສະນັ້ນ, ໃຈເຢັນໆ ໜັກແໜ້ນເຂົ້າໄວ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ