ນິວຊີແລນສະເໜີເຮັດວຽກພຽງ 4 ວັນ ໃຫ້ປະຊາຊົນໄດ້ທ່ຽວ

ອຸດສາຫະກຳທ່ອງທ່ຽວຂອງນິວຊີແລນມີອັດຕາສ່ວນໃນລະບົບເສດຖະກິດຊໍ່າກັບອຸດສາຫະກຳທ່ອງທ່ຽວຂອງແຕ່ລະປະເທດ.
ນາຍົກລັດຖະມົນຕີ ຈາຊິນດາ ອາເດິນ ຂອງນິວຊີແລນ ກຳລັງພິຈາລະນາຫລຸດເວລາເຮັດວຽກຂອງປະຊາຊົນລົງໃຫ້ເຫລືອ 4 ວັນຕໍ່ອາທິດ ເພື່ອໃຫ້ປະຊາຊົນໄດ້ມີເວລາທ່ອງທ່ຽວ ເພື່ອກະຕຸ້ນອຸດສາຫະກຳທ່ອງທ່ຽວ ແລະ ເສດຖະກິດທີ່ຊຸດໂຊມຈາກການລະບາດຂອງໂຄວິດ-19.
ທ່ານ ນາງ ອາເດິນ ກ່າວວ່າ: ປະຊາຊົນເລີ່ມຈະປັບຕົວໄດ້ຫລາຍຂຶ້ນຈາກການເຮັດວຽກຢູ່ເຮືອນລະຫວ່າງການລັອກດາວ ແລະ ມີປະສິດທິພາບການເຮັດວຽກເພີ່ມຂຶ້ນ, ແຕ່ເລື່ອງນີ້ຂຶ້ນຢູ່ກັບນາຍຈ້າງ ແລະ ລູກຈ້າງນຳອີກ.
ເຖິງຢ່າງໃດກໍຕາມ, ທ່ານ ນາງ ອາເດິນ ຈະສະເໜີໃຫ້ນາຍຈ້າງລອງພິຈາລະນາເບິ່ງວ່າ: ການເຮັດວຽກ 4 ວັນຕໍ່ອາທິດຈະ “ດີ” ຕໍ່ບໍລິສັດຂອງຕົນ ຫລື ບໍ່ ເພາະຈະຊ່ວຍການທ່ອງທ່ຽວຂອງປະເທດຢ່າງແນ່ນອນ.
ທັງນີ້ ອຸດສາຫະກຳທ່ອງທ່ຽວຄິດເປັນ 10% ຂອງເສດຖະກິດປະເທດນິວຊີແລນ. ເຖິງວ່າຕອນນີ້ນິວຊີແລນຍັງປິດປະເທດ, ແຕ່ທ່ານ ນາງ ອາເດິນ ກ່າວວ່າ: ອັດຕາສ່ວນການທ່ອງທ່ຽວ 60% ເປັນການທ່ຽວໃນປະເທດ ເຊິ່ງສະທ້ອນວ່າກຳລັງການໃຊ້ຈ່າຍຂອງປະຊາຊົນໃນປະເທດມີປະສິດທິພາບສູງໃນການຟື້ນຟູເສດຖະກິດຫລັງການລະບາດຂອງໂຄວິດ-19.

