ລົດໄຟແລ່ນດ້ວຍຈັກອາຍນໍ້າຂອງຫວຽດນາມຈະບໍລິການຮັບໃຊ້ການທ່ອງທ່ຽວໄລຍະທາງລະຫວ່າງ ເວ້-ດານັງ

ໂດຍ: ລູກເມືອງພວນ

ຂະບວນລົດໄຟແລ່ນດ້ວຍຈັກອາຍນໍ້າຂອງຫວຽດນາມ ຈະແລ່ນໃຫ້ບໍລິການຮັບໃຊ້ການທ່ອງທ່ຽວໄລຍະທາງແຕ່ ລັງໂກ(ເວ້) ຫາ ດານັງ. ໂຄງການດັ່ງກ່າວມີມູນຄ່າ 81 ຕື້ດົງ.

ກະຊວງຄົມມະນາຄົມ ແລະ ການຂົນສົ່ງຂອງຫວຽດນາມ ໄດ້ຮັບຮອງເອົາໂຄງການລົດໄຟແລ່ນດ້ວຍຈັກອາຍນໍ້າ ເພື່ອການບໍລິການການທ່ອງທ່ຽວໄລຍະທາງແຕ່ ເວ້ ຫາ ດານັງ. ໂຄງການນີ້ຖືກນຳສະເໜີແຕ່ປີ 2018 ໂດຍກົມທາງລົດໄຟ.

ຜູ້ລົງທຶນໄດ້ຊື້ເອົາຫົວລົດໄຟແລ່ນດ້ວຍຈັກອາຍນໍ້າເກົ່າ MIKADO 3 ຫົວ, ມີນໍ້າໜັກ 10,5 ໂຕນ ທີ່ໄດ້ຢຸດການເຄື່ອນໄຫວມາແຕ່ປີ 1990 ເພື່ອເອົາມາສ້ອມແປງຄືນ ແລະ ໄດ້ໃບຢັ້ງຢືນຈາກກົມມາດຕະຖານ, ຊຶ່ງໄດ້ລົງທືນໃສ່ການສ້ອມແປງ ແລະ ຊື້ອຸປະກອນຕ່າງໆຫຼາຍກວ່າ 46 ຕື້ດົງ.

ລົດໄຟແລ່ນດ້ວຍຈັກອາຍນໍ້າ 2 ຂະບວນຈະຮັບໃຊ້ໃຫ້ສະເພາະແຕ່ນັກທ່ອງທ່ຽວເທົ່ານັ້ນ ແລະ ຈະແລ່ນທຸກໆມື້ແຕ່ ລັງໂກ(ເວ້) ຫາ ດານັງ. ໃນຂະບວນລົດນັ້ນຈະມີຕູ້ VIP, ມີຕູ້ຊົມທັດສະນີຍະພາບຕາມເສັ້ນທາງ, ຮ້ານຄ້າ, ເຮືອນຄົວ.

ຂະບວນລົດຈະແລ່ນຜ່ານແກ່ວ ຮາຍເວິນ ຊຶ່ງເປັນໄລຍະທາງຄົດໂຄ້ງໂງເງ ແລະ ເປັນບັ້ນທີ່ງາມທີ່ສຸດຂອງເສັ້ນທາງລົດໄຟແຕ່ເໜືອເຖິງໃຕ້. ຟາກທາງເບື້ອງໜຶ່ງແມ່ນພູຜາຫີນ, ອີກຟາກໜຶ່ງແມ່ນທະເລ.

ຜູ້ລົງທຶນໃຫ້ຮູ້ວ່າ ຂະບວນລົດໄຟແລ່ນດ້ວຍຈັກອາຍນໍ້ານັ້ນ ຈະເລີ່ມໃຫ້ການບໍລິການທ່ອງທ່ຽວແຕ່ປີ 2021 ເປັນຕົ້ນໄປ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ