IS ແຊກຊຶມເກືອບທຸກແຂວງຂອງອິນໂດເນເຊຍ

ພົນເອກ ກາດ ນູມັນໂຍ ຜູ້ບັນຊາການທະຫານສູງສຸດອິນໂດເນເຊຍ ເປີດເຜີຍວ່າ: ກຸ່ມລັດອິສລາມ (IS) ແຊກຊຶມຢູ່ເກືອບທຸກແຂວງທົ່ວປະເທດ ໂດຍເປັນກຸ່ມລັບໆທີ່ຍັງບໍ່ຖືກກະຕຸ້ນໃຫ້ກໍ່ເຫດຮ້າຍ.
ພົນເອກ ນູມັນໂຍ ກ່າວກັບນັກຂ່າວຢູ່ນະຄອນຫລວງຈາກາຕາວ່າ: ພາຍຫລັງເຝົ້າສັງເກດໄລຍະໜຶ່ງພົບວ່າເກືອບທຸກແຂວງຈາກທັງໝົດ 33 ແຂວງມີກຸ່ມ IS ແຊກຊຶມຢູ່, ແຕ່ເປັນກຸ່ມລັບໆທີ່ຍັງບໍ່ຖືກກະຕຸ້ນໃຫ້ກໍ່ເຫດຮ້າຍ ຍົກເວັ້ນແຂວງປາປົວ ທາງຝັ່ງຕາເວັນຕົກຂອງເກາະປາປົວທີ່ມີປະຊາກອນສ່ວນຫລາຍເປັນຄຣິສ. ກຸ່ມທີ່ຍັງບໍ່ຖືກກະຕຸ້ນເຫລົ່ານີ້ມີໂອກາດຈະຮ່ວມມືກັບກຸ່ມຫົວຮຸນແຮງໄດ້ຢ່າງງ່າຍດາຍ ຈຶ່ງຕ້ອງເຝົ້າລະວັງບໍ່ໃຫ້ຖືກປຸກໃຫ້ກໍ່ເຫດຮ້າຍ. ຜູ້ບັນຊາການທະຫານສູງສຸດອິນໂດເນເຊຍກ່າວອີກວ່າ: ອິນໂດເນເຊຍ ແລະ ມາເລເຊຍໄດ້ເພີ່ມມາດຕະການຮັກສາຄວາມປອດໄພ ເພື່ອປ້ອງກັນບໍ່ໃຫ້ກຸ່ມຕິດອາວຸດທີ່ກຳລັງຍຶດເມືອງມາລາວີ ຢູ່ເກາະມິນດາເນົາ ທາງຕອນໃຕ້ຂອງຟີລິບປິນຂ້າມຊາຍແດນເຂົ້າມາ.
+ ອິນໂດເນເຊຍຈັບກຸມຊາຍພົວພັນເຫດຄວາມບໍ່ສະຫງົບຢູ່ຟີລິບປິນ
+ ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ຈະຮ່ວມກັນລາດຕະເວນນອກເກາະມິນດາເນົາ
+ ສິງກະໂປຄຸມຕົວພົນລະເມືອງຍິງຄົນທຳອິດ ທີ່ສົງໄສເຂົ້າຮ່ວມກຸ່ມ IS
ອິນໂດເນເຊຍ ແລະ ມາເລເຊຍ ຄວບຄຸມຕົວຜູ້ຖືກສົງໄສເປັນສະມາຊິກກຸ່ມຕິດອາວຸດໄດ້ຈຳນວນໜຶ່ງໃນຫລາຍປີຜ່ານມາ. ຫລັງສຸດ ສິງກະໂປຫາກໍຄວບຄຸມຕົວຜູ້ຍິງຄົນໜຶ່ງຖືກສົງໄສເປັນສະມາຊິກ IS ໄດ້ເປັນຄົນທຳອິດໃນວັນທີ 12 ມິຖຸນາ ເຮັດວຽກເປັນຜູ້ຊ່ວຍເບິ່ງແຍງເດັກນ້ອຍ.

