ສະຖາບັນສື່ມວນຊົນ ວັດທະນະທຳ, ທ່ອງທ່ຽວ ແລະ ບໍລິສັດ ວັດທະນະທຳ ທ່ອງທ່ຽວ ແລະ ສື່ມວນຊົນຫວານຊ່ຽງ, ນະຄອນເຊິນເຈິນ ຕົກລົງການຮ່ວມມື

ພິທີລົງນາມບົດຍັນທຶກການຮ່ວມມືລະ​ຫວ່າງສະຖາບັນສື່ມວນຊົນ ວັດທະນະທຳ, ທ່ອງທ່ຽວ ແລະ ບໍລິສັດ ວັດທະນະທຳ ທ່ອງທ່ຽວ ແລະ ສື່ມວນຊົນຫວານຊ່ຽງ, ນະຄອນເຊິນເຈິນ ສປຈີນ ໄດ້ມີຂຶ້ນວັນທີ 22 ພຶດສະພາ ນີ້, ທີ່ນະຄອນຫຼວງວຽງຈັນ ໂດຍທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນລາວ ແລະ ທ່ານ ຈາງ ເຢ ປະທານບໍລິສັດດັ່ງກ່າວ ມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ເພື່ອຮ່ວມມືເຝິກອົບຮົມວິຊາຊີບການທ່ອງທ່ຽວໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ແນໃສ່ແລກປ່ຽນວຽກງານການທ່ອງທ່ຽວ ພັດທະນາບຸກຄະລາກອນທ່ອງທ່ຽວລາວ ໃຫ້ມີຄຸນນະພາບ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດນັກທ່ອງທ່ຽວຈີນ ທີ່ຈະມີຈຳນວນເພີ່ມຂຶ້ນໃນແຕ່ລະປີ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດລາວຈີນ ໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ