ຈັບຍິງສາວປອມແປງເອກະສານທາງລັດຖະການ ມາດຳເນີນຄະດີ

ໃນວັນທີ 18 ພຶດສະພານີ້ ເຈົ້າຫນ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ຈັບຕົວ ນາງກອງມະນີ ອາຍຸ 32 ປີ, ປະຊາຊົນ ຢູ່ບ້ານຊໍາເຄ້ ເມືອງໄຊເຊດຖາ ນະຄອນຫລວງວຽງໃນຂໍ້ຫາ ລັກປອມແປງເອກະສານທາງລັດຖະການ

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ຕົນເອງໄດ້ເລີ່ມຂາຍປື້ມຕ່າງໆມາແຕ່ເດືອນຕຸລາ 2019 ເປັນຕົ້ນມາ ໂດຍໄດ້ໄປຮັບເອົາປື້ມວາລະສານຢູ່ຕາມຮ້ານຂາຍປື້ມບາງແຫ່ງໃນຕະຫຼາດເຊົ້າ.ຈົນມາຮອດເດືອນ ພຶດສະພານີ້, ຕົນເອງໄດ້ໄປຮັບເອົາໜັງສືທາງລັດຖະການ ນໍາພະນັກງານກົມເລຂາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ເພື່ອ ມາແກະ ເອົາລາຍເຊັນ ແລະ ກາປະທັບຂອງມັນມາປອມແປງເຂົ້າໃສ່ເອກະສານແນຳນຳການຂາຍປຶ້ມ ແລະ ວາລະສານຕ່າງໆຈາກລາຄາປົກກະຕິເພີ່ມຂຶ້ນເປັນຫລາຍເທົາ ເຊັ່ນ:ປື້ມ ນັກບໍລິຫານ ຊື້ໃນລາຄາຫົວລະ 25.000 ກີບມາຂາຍເປັນຫົວລະ 150.000 ກີບ, ເຊິ່ງໄດ້ຈໍາໜ່າຍອອກໄປແລ້ວຈໍານວນ 30 ຫົວ ແລະ ໄດ້ປ່ຽນເອກະສານຊື່ປື້ມນັກບໍລິຫານມາເປັນປື້ມພົງສາວະດານ ໂດຍໄດ້ຊື້ໃນລາຄາ 15.000 ກີບແລ້ວນຳໄປຂາຍໃນລາຄາ 65 .000 ກີບຕໍ່ຫົວ ແລະ ໄດ້ຂາຍອອກໄປແລ້ວຈໍານວນ 10 ຫົວ ແລະ ອື່ນໆ.

ປັດຈຸບັນ ເຈົ້າຫນ້າທີ່ກຳລັງເລັ່ງສະຫລຸບສໍານວນຄະດີເພື່ອສົ່ງໄອຍະການປະຊາຊົນ ແລະ ສານຕັດສິນລົງໂທດຕາມລະບຽບກົດຫມາຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ