ຕຸກກະຕາຢາງເປັນເຫດ ! ເອັຟຊີໂຊນ ຖືກປັບໄໝສູງສຸດເປັນປະຫວັດສາດ

“ເຄ-ລີກ” ລີກບານເຕະອາຊີບຂອງ ສ.ເກົາຫລີ ສັ່ງປັບໄໝເງິນສະໂມສອນ “ເອັຟຊີໂຊນ” ສູງສຸດເປັນປະຫວັດສາດ 100 ລ້ານວອນ ກໍລະນີເອົາ “ຕຸກກະຕາຢາງ” ມານັ່ງໃນສະໜາມແທນແຟນບານທີ່ຖືກຫ້າມເຂົ້າຊົມ ຖືເປັນການດູໝິ່ນແຟນບານເພດຍິງຢ່າງຮ້າຍແຮງ.
ເອັຟຊີໂຊນ ເປີດສະໜາມວັນທີ 8 ພຶດສະພາ ຫລັງຈາກເລື່ອນການແຂ່ງຂັນມາກວ່າ 2 ເດືອນ ເນື່ອງຈາກການລະບາດຂອງໄວຣັສໂຄໂຣນາ 2019 ຕົ້ນຕໍໂຄວິດ-19 ສະໂມສອນເອົາເຈ້ຍຕັດເປັນຮູບຄົນ ແລະ ປ້າຍເຊຍມາວາງຢູ່ອັດສະຈັນ ເພາະບໍ່ສາມາດເປີດໃຫ້ຄົນເຂົ້າຊົມ ແລະ ໃນເກມການແຂ່ງຂັນວັນທີ 17 ພຶດສະພາຜ່ານມາ ສະໂມສອນໄດ້ເອົາຕຸກກະຕາຢາງໃສ່ເສື້ອຢືດຖືປ້າຍເຊຍມາວາງ ແລະ ເຫັນເຄື່ອງໝາຍການຄ້າຂອງຮ້ານຈຳໜ່າຍຕຸກກະຕາຢາງ ເຮັດໃຫ້ເກີດສຽງວິພາກວິຈານຢ່າງໜັກ ລວມທັງກາຍເປັນຂ່າວດັງໄປທົ່ວໂລກ.
ຫລ້າສຸດ ເຄ-ລີກ ຖະແຫລງວ່າ: ເຫດການນີ້ສ້າງຄວາມອັບອາຍ, ທຳຮ້າຍຄວາມຮູ້ສຶກຂອງແຟນບານທີ່ເປັນຜູ້ຍິງ ແລະ ທຳລາຍຊື່ສຽງຂອງລີກ ສ.ເກົາຫລີ ຈຶ່ງຕັດສິນໃຈລົງໂທດປັບໄໝ 100 ລ້ານວອນ ຖືເປັນຄ່າປັບສູງທີ່ສຸດນັບແຕ່ສ້າງຕັ້ງ ເຄ-ລີກ ມາ 38 ປີ ເຖິງວ່າ ເອັຟຊີໂຊນ ອ້າງວ່າ: ບໍ່ຮູ້ວ່າຫຸ່ນທີ່ເອົາມາວາງເປັນຕຸກກະຕາຢາງ, ແຕ່ ເຄ-ລີກ ເຫັນວ່າ: ສະໂມສອນຄວນຈະຮູ້ໄດ້ດ້ວຍສາມັນສຳນຶກ.
ສ່ວນ ເອັຟຊີໂຊນ ຖະແຫລງຍອມຮັບຄຳຕັດສິນ ພ້ອມຂໍໂທດ ແລະ ຮັບປາກຈະບໍ່ໃຫ້ເກີດເລື່ອງແບບນີ້ອີກ ແລະ ໄດ້ຂໍໃຫ້ຕຳຫລວດສອບສວນຜູ້ຈັດຫາຕຸກກະຕາຢາງແລ້ວ.
ມີລາຍງານວ່າ: ຜູ້ຈັດຈຳໜ່າຍຫຸ່ນຄົນໜຶ່ງໄດ້ຕິດຕໍ່ ເຄ-ລີກ ເພື່ອສະເໜີເອົາຫຸ່ນມາວາງຢູ່ອັດສະຈັນໂດຍບໍ່ຄິດຄ່າໃຊ້ຈ່າຍ, ຈາກນັ້ນໄດ້ຮັບການແນະນຳໃຫ້ໄປຕິດຕໍ່ກັບສະໂມສອນເອັຟຊີໂຊນ ຈົນເກີດເລື່ອງດັ່ງກ່າວ.

