ອູເບີ ປະກາດ​ປົດ​ພະນັກງານ 3.000 ຄົນ ປິດ​ສຳນັກງານ 45 ​ແຫ່ງ​ທົ່ວ​ໂລກ​ຍ້ອນໂຄ​ວິດ-19

ອູ​ເບີ ​ເຕັກ​ໂນ​ໂລ​ຊີ ອິງ ​ເຊິ່ງ​ເປັນ​ບໍລິສັດ​ສະຫະລັດ​ອາ​ເມ​ລິ​ກາ ທີ່​ໃຫ້​ບໍລິການ​ໂດຍສານ​ຜ່ານ​ແອ​ຟພິ​ເຄຊັນ ປະກາດ​ປົດ​ພະນັກງານ 3.000 ຄົນ ​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາ​ກການ​ແຜ່​ລະບາດ​ຂອງ ​ໂຄ​ວິດ-19.

ນອກຈາກ​ນີ້ ​ໃນ​ອີ​ເມ​ວທີ່​ມີ​ການ​ສົ່ງ​ເຖິງ​ພະນັກງານ ທ່ານ ດາຣາ ຄອສ​ໂຣວຊາ​ຮີ ປະທານ​ເຈົ້າໜ້າ​ທີ່​ບໍລິຫານ​ຂອງ​ອູ​ເບີ ຍັງ​ລະບຸ​ວ່າ ອູ​ເບີ​ຈະ​ປິດ​ສຳນັກງານ​ຈຳນວນ 45 ​ແຫ່ງ​ທົ່ວໂລກ ລວມທັງ​ຈະ​ຢຸດຕິ​ທຸລະ​ກິດ​ບາງ​ຢ່າງ​ເຊັ່ນ: ການ​ຂົນ​ສົ່ງ​ສິນຄ້າ.

ກ່ອນ​ໜ້າ​ນີ້ ອ​ູ​ເບີ​ປະກາດ​ປົດ​ພະ​ນັກ​ງານ 3.700 ຄົນ​ໃນ​ວັນ​ທີ 6 ພຶດສະພາ ​ໂດ​ຍລະບຸ​ເຖິງ​ຜົນກະທົບ​ຈາກ​ການ​ແພ່​ລະບາດ​ຂອງ​ໄວຣັສ​ໂຄ​ວິດ-19.

ທັງ​ນີ້ ການ​ປົດ​ພະນັກງານ​ທັງ 2 ຮອບ ສົ່ງ​ຜົນ​ໃຫ້​ອູ​ເບີ​ເຫລືອ​ພະນັກງານ 20.000 ຄົນ​ທົ່ວ​ໂລກ.

 

ຂໍ​ຂອບ​ໃຈ​ຂໍ້​ມູນ: istock

 

 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ