9 ເຕັກນິກ ທີ່ຈະຊ່ວຍໃຫ້ທຸລະກິດຂອງທ່ານເຕີບໃຫຍ່ຈົນປະສົບຄວາມສຳເລັດໄດ້

ທຸກມື້ນີ້ການແຂ່ງຂັນໃນໂລກທຸລະກິດນັ້ນສູງຫລາຍ ການທີ່ຈະດຳເນີນທຸລະກິດໃຫ້ປະສົບຄວາມສຳເລັດນັ້ນບໍ່ງ່າຍເລີຍ ຫລາຍຄົນເລີ່ມຕົ້ນທຸລະກິດດ້ວຍຄວາມຄິດທີ່ວ່າ ພຽງແຕ່ເປີດຄອມພິວເຕີແລ້ວລົງທຶນ ເທົ່ານີ້ກໍໄດ້ເງິນມາແລ້ວ, ແຕ່ຄວາມຈິງບໍ່ແມ່ນແບບນັ້ນ ການເຮັດທຸລະກິດນັ້ນຍາກກ່ວາທີ່ຄິດໄວ້ຫລາຍເທົ່າ ຖ້າທ່ານຢາກຈະປະສົບຄວາມສຳເລັດໃນສັງວຽນທຸລະກິດ ເຕັກນິກເຫລົ່ານີ້ອາດຊ່ວຍທ່ານໄດ້…

- ຈັດການສິ່ງຕ່າງໆໃຫ້ດີ : ການຈະປະສົບຄວາມສຳເລັດໃນທຸລະກິດ ທ່ານຕ້ອງບໍລິຫານຈັດການໃຫ້ເປັນ ທ່ານຄວນຮູ້ວ່າສິ່ງໃດສຳຄັນ ເລີ່ມເຮັດໃນສິ່ງນັ້ນກ່ອນ, ຈັດລະບົບລະບຽບຊີວິດຂອງທ່ານ ເພາະມັນຈະຊ່ວຍບໍ່ໃຫ້ທ່ານເສຍເວລາໄປກັບຄວາມຫຍຸ້ງຍາກ. ລອງຈັດລາຍການສິ່ງທີ່ຕ້ອງເຮັດ ເພື່ອທີ່ທ່ານຈະໄດ້ຈັດການສິ່ງຕ່າງໆໄດ້ງ່າຍຂຶ້ນ.
- ໃຊ້ການບັນທຶກຢ່າງລະອຽດ : ການບັນທຶກລາຍລະອຽດຕ່າງໆເອົາໄວ້ ຈະຊ່ວຍໃຫ້ທ່ານສາມາດປະເມີນທຸລະກິດຂອງຕົນເອງໄດ້ ແລະ ປະເມີນໄດ້ອີກວ່າທ່ານມີໂອກາດຈະພົບກັບບັນຫາຫຍັງໄດ້ແດ່ໃນອະນາຄົດ ສິ່ງນີ້ຈະເຮັດໃຫ້ທ່ານວາງແຜນ ແລະ ຄິດກົນລະຍຸດສຳລັບທຸລະກິດຂອງທ່ານໄດ້.
- ວິເຄາະຄູ່ແຂ່ງ : ການແຂ່ງຂັນເປັນສ່ວນສຳຄັນຂອງໂລກທຸລະກິດ ດັ່ງນັ້ນ ການທີ່ທ່ານສາມາດຮຽນຮູ້ ແລະ ວິເຄາະຄູ່ແຂ່ງ ຈະຊ່ວຍໃຫ້ທ່ານນຳສິ່ງດີໆມາປັບໃຊ້ກັບທຸລະກິດຂອງທ່ານໄດ້.
- ເຂົ້າໃຈຄວາມສ່ຽງ ແລະ ຜົນຕອບແທນ : ຫົວໃຈສຳຄັນຂອງທຸລະກິດແມ່ນການຄຳນວນຄວາມສ່ຽງ ລອງຖາມໂຕເອງເບິ່ງວ່າ “ອັນໃດແມ່ນຜົນເສຍ?” ຖ້າທ່ານຕອບຄຳຖາມນີ້ໄດ້ ທ່ານກໍຈະຮັບມືກັບມັນໄດ້ໃນກໍລະນີທີ່ຮ້າຍແຮງທີ່ສຸດ ແລະ ຈື່ໄວ້ວ່າ ມັນຈະໃຫ້ຜົນຕອບແທນຢ່າງງາມກັບມາ.
- ເປັນຄົນສ້າງສັນ : ຈົ່ງແນມຫາຫົນທາງໃໝ່ໆໃຫ້ທຸລະກິດຂອງທ່ານຢູ່ສະເໝີ ຈື່ໄວ້ວ່າ ທ່ານບໍ່ແມ່ນຜູ້ທີ່ຮູ້ໄປໝົດທຸກຢ່າງ ລອງເປີດຮັບສິ່ງໃໝ່ເຂົ້າມາແດ່.
- ຈົດຈໍ່ກັບວຽກ :“ນະຄອນຫລວງໂຣມບໍ່ໄດ້ສ້າງແລ້ວພາຍໃນມື້ດຽວ” ການເລີ່ມຕົ້ນທຸລະກິດຂອງທ່ານບໍ່ໄດ້ໝາຍຄວາມວ່າທ່ານຈະໄດ້ຮັບຜົນຕອບແທນກັບມາຢ່າງທັນທີທັນໃດ ມັນຕ້ອງໃຊ້ເວລາຈັກໜ້ອຍກ່ວາທີ່ທ່ານຈະເລີ່ມເປັນທີ່ຮູ້ຈັກ ເພາະສະນັ້ນຈົ່ງຈົດຈໍ່ຕັ້ງໃຈກັບວຽກຂອງທ່ານໃຫ້ຫລາຍ.
- ກຽມພ້ອມທີ່ຈະເສຍສະຫລະ : ເມື່ອທ່ານເລີ່ມເຮັດທຸລະກິດ ນັ້ນໝາຍຄວາມວ່າ “ມັນໄດ້ເຂົ້າມາເປັນສ່ວນໜຶ່ງຂອງຊີວິດທ່ານແລ້ວ” ຖ້າທ່ານຢາກປະສົບຄວາມສຳເລັດໃນບາງຄັ້ງບາງເທື່ອທ່ານອາດຈະຕ້ອງເສຍສະຫລະຫລາຍໆຢ່າງ ເຊັ່ນ : ເວລາວ່າງ ຫລື ເວລາທີ່ມີໃຫ້ແກ່ຄອບຄົວ.
- ມີການບໍລິການທີ່ດີ : ທຸລະກິດຫລາຍບໍລິສັດຖືເບົາຄວາມສຳຄັນຂອງການບໍລິການໄປ ຖ້າທ່ານມີການບໍລິການທີ່ໜ້າປະທັບໃຈແລ້ວ ບັນດາລູກຄ້າກໍຈະຢາກກັບມາໃຊ້ບໍລິການທຸລະກິດຂອງທ່ານອີກ.
- ສະໝໍ່າສະເໝີຄົງເສັ້ນຄົງວາ : ຄວາມສະໝໍ່າສະເໝີ ຫລື ຄວາມຄົງເສັ້ນຄົງວາ ແມ່ນຫົວໃຈສຳຄັນຂອງທຸລະກິດ ທ່ານຕ້ອງເຮັດສິ່ງຕ່າງໆທີ່ສຳຄັນຢ່າງສະໝໍ່າສະເໝີໃນແຕ່ລະມື້ ເພາະມັນຈະສ້າງນິໄສທີ່ມີປະໂຫຍດຕໍ່ການດຳເນີນທຸລະກິດຂອງທ່ານນັ້ນເອງ.


