ອິນເດຍ-ບັງກະລາເທດ ອົບພະຍົບຄົນເຄິ່ງລ້ານໜີ “ຊູເປີໄຊໂຄນ ອຳພັນ”

ອິນເດຍ ແລະ ບັງກະລາເທດ ອົບພະຍົບປະຊາຊົນປະມານ 500.000 ຄົນ ອອກຈາກເສັ້ນທາງຂອງພາຍຸ ຊູເປີໄຊໂຄນອຳພັນ ທີ່ມີຄວາມຮຸນແຮງຫລາຍທີ່ສຸດໃນ ຮອບທົດສະວັດ ຕາມລາຍງານຂອງຮອຍເຕີ ຄາດວ່າຈະເກີດຄວາມເສຍຫາຍຕໍ່ອາຄານສະຖານທີ່ ຕະຫລອດຈົນເສັ້ນທາງສັນຈອນ ແລະ ຜົນຜະລິດກະສິກຳຄັ້ງໃຫຍ່.
ສຳນັກຂ່າວ ຮອຍເຕີ ໃຫ້ຮູ້ວ່າ: ຊູເປີໄຊໂຄນອຳພັນ ເຄື່ອນທີ່ ຈາກອ່າວເບັງກໍ ໄປທາງພາກຕາເວັນອອກຂອງອິນເດຍ ແລະ ທາງໃຕ້ ຂອງບັງກະລາ ດ້ວຍຄວາມໄວລົມສູງສຸດ 185 ກິໂລເມັດຕໍ່ຊົ່ວໂມງ ເຊິ່ງຖືວ່າມີຄວາມຮຸນແຮງທຽບເທົ່າພາຍຸເຮີລີເຄນລະດັບ 5 ຄວາມພະຍາຍາມຂອງເຈົ້າໜ້າທີ່ພົບຄວາມຍາກລຳບາກເພີ່ມຂຶ້ນ ເມື່ອທັງສອງປະເທດກຳລັງພະຍາຍາມຄວບຄຸມການລະບາດຂອງໂຄໂຣນາໄວຣັສ (ໂຄວິດ-19).
ຂະນະນີ້ຕາມລາຍງານອິນເດຍຜູ້ຕິດເຊື້ອໂຄໂຣນາໄວຣັສ (ໂຄວິດ-19) ຫລາຍກວ່າ 100.000 ຄົນ ແລະ ເສຍຊີວິດ 3.163 ຄົນ ຕາມລາຍງານຂອງຮອຍເຕີ.
ສ່ວນບັງກະລາເທດມີຜູ້ຕິດເຊື້ອ 20.995 ຄົນ ແລະ ຜູ້ເສຍຊີວິດ 314 ຄົນ ຈາກໂຣກດັ່ງກ່າວ.

