ໂລກຈະດຳເນີນການກວດສອບທີ່ມາຂອງໂຄວິດ-19

ໂດຍ: ລູກເມືອງພວນ

ກອງປະຊຸມໃຫ່ຍສາມັນອົງການສະພາການແພດໂລກ (WHA), ຊຶ່ງເປັນອົງການຊີ້ຂາດຂອງອົງການອະນາໄມໂລກ (WHO) ໄດ້ເປີດກອງປະຊຸມສາມັນທາງໄກ ເປັນເທື່ອທຳອິດຂອງຕົນຂຶ້ນ ເພື່ອຫາລື ກ່ຽວກັບພະຍາດອັກເສບປອດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຢູ່ທີ່ ເມືອງ Geneva ປະເທດ ສະວິເດັນ, ໃນວັນທີ 18-19 ພຶດສະພານີ້.

ສຳນັກຂ່າວ Reuters ໃຫ້ຮູ້ວ່າ ມີໄດ້ຮ່າງມະຕິສະບັບໜຶ່ງສ້າງຂຶ້ນມາ ໂດຍ ສະຫະພາບເອີຣົບ ແລະ ອົດສະຕຣາລີ, ເພື່ອຮຽກຮ້ອງໃຫ້ມີການກວດສອບທີ່ມາຂອງເຊື້ອໄວຣັສໂຄວິດ-19 ແລະ ໄດ້ຮັບການສະໜັບສະໜູນຈາກ 120 ປະເທດ, ໃນນັ້ນມີ: ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອີກ 47 ປະເທດໃນທະວີບອາຟຣິກກາ, ລັດເຊຍ, ອິນໂດເນເຊຍ, ມາເລເຊຍ, ອາຣັບຊາອຸດີ, ອັງກິດ, ການາດາ…ຮ່າງມະຕິດັ່ງກ່າວຈະໄດ້ຜ່ານການລົງຄະແນນສຽງຢູ່ໃນກອງປະຊຸມໃນວັນທີ 19 ພຶດສະພານີ້. ຖ້າຫາກໄດ້ຮັບຄະແນນສຽງ 2/3 ໃນຈຳນວນ 194 ປະເທດສະມາຊິກກໍຖືວ່າເປັນອັນທີ່ເດັດຂາດໄດ້.

ເມື່ອຖະແຫຼງຕໍ່ບັນດານັກຂ່າວ, ລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ Marise Payne ເມື່ອວັນທີ 18 ພຶດສະພານີ້ກ່າວວ່າ: ມະຕິດັ່ງກ່າວແມ່ນມີລັກສະນະຮອບດ້ານ ເພື່ອຮຽກຮ້ອງໃຫ້ມີການກວດສອບທີ່ມາຂອງເຊື້ອໄວຣັສໂຄວິດ-19 ພ້ອມດຽວກັນນັ້ນກໍຮຽກຮ້ອງໃຫ້ບັນດານັກວິທະຍາສາດ ຈົ່ງໄດ້ຮ່ວມມືກັນເພື່ອຕິດຕາມເສັ້ນທາງການແຜ່ລະບາດຂອງໂຄວິດ-19 ເພື່ອບໍ່ໃຫ້ມັນກັບຄືນມາລະບາດອີກຄັ້ງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ