7 ເຄັດລັບສູ່ຄວາມສຳເລັດໃນການເຮັດວຽກຢູ່ເຮືອນ

ການເຮັດວຽກຢູ່ເຮືອນເປັນອີກໜຶ່ງສິ່ງທີ່ເຮັດໃຫ້ຊີວິດທ່ານພົບກັບສະພາບໃໝ່ໆທີ່ແຕກຕ່າງໄປຈາກການເຂົ້າຫ້ອງການ, ຫລາຍຄົນມັກວຽກລັກສະນະນີ້ ເພາະວ່າທ່ານຈະມີອິດສະຫລະຫລາຍຂຶ້ນ ແລະ ຮູ້ສຶກວ່າມັນມີຄວາມສະດວກສະບາຍຫລາຍກ່ວາການເຮັດວຽກໃນຫ້ອງການ, ແຕ່ການເຮັດວຽກຢູ່ເຮືອນກໍມີຂໍ້ຄວນລະວັງຄືກັນ ເພາະຖ້າທ່ານເປັນນາຍຕົນເອງແລ້ວ ນັ້ນໝາຍຄວາມວ່າທ່ານຈະຕ້ອງຄວບຄຸມຕົນເອງເພື່ອບໍ່ໃຫ້ກຽດຄ້ານຈົນເຮັດວຽກບໍ່ທັນ. ບົດຄວາມນີ້ຈະຊ່ວຍແນະນຳວ່າທ່ານຄວນຈະເຮັດແນວໃດໃຫ້ການເຮັດວຽກຢູ່ເຮືອນຂອງທ່ານເປັນວຽກທີ່ປະສົບຄວາມສຳເລັດ.

  1. ຈັດຕາຕະລາງທີ່ເໝາະສົມກັບໂຕທ່ານ : ເປັນເລື່ອງຍາກທີ່ເຮົາຈະນັ່ງເຮັດວຽກຢູ່ໂຕະຕິດກັນຫລາຍຊົ່ວໂມງໂດຍທີ່ບໍ່ໄດ້ລຸກໄປເຮັດຢ່າງອື່ນເລີຍ ເຊິ່ງການເຮັດວຽກຢູ່ເຮືອນນັ້ນທ່ານມີອິດສະຫລະຫລວງຫລາຍທີ່ຈະຈັດຕາຕະລາງເວລາທີ່ເໝາະສົມກັບໂຕທ່ານ, ທ່ານອາດຈະທົດລອງຕາຕະລາງເວລາແບບຕ່າງໆຈົນກ່ວາຈະພົບສິ່ງທີ່ເໝາະສົມ ເພາະສິ່ງເຫລົ່ານີ້ແຕກຕ່າງກັນໄປໃນແຕ່ລະຄົນ ບາງຄົນອາດຈະມັກເຮັດວຽກຕອນເຊົ້າໆ, ແຕ່ບາງຄົນກໍເປັນນົກເຄົ້າທີ່ເຮັດວຽກໄດ້ໝົດຄືນ. ນອກຈາກນີ້, ທ່ານຄວນຈະໃສ່ໄລຍະເວລາຢຸດພັກວຽກເຂົ້າໄປໃນຕາຕະລາງນຳ ຈະໄດ້ບໍ່ເຄັ່ງຄຽດຈົນເກີນໄປ.
  2. ຈັດການເວລາຢ່າງມີປະສິດທິພາບ : ການເຮັດວຽກຢູ່ເຮືອນເປີດໂອກາດໃຫ້ທ່ານເຮັດວຽກໄດ້ຢ່າງຜ່ອນຄາຍຂຶ້ນ, ທ່ານຢາກເລີ່ມເຮັດຕອນໃດ ຫລື ຢຸດຕອນໃດກໍໄດ້, ແຕ່ຖ້າທ່ານຈັດຕາຕະລາງເວລາໄດ້ຢ່າງເໝາະສົມແລ້ວ ກໍຢ່າລືມເຮັດຕາມມັນຢ່າງເຄັ່ງຄັດຈົນເປັນກິດຈະວັດນຳ. ການມີກິດຈະວັດທີ່ດີຈະຊ່ວຍໃຫ້ວຽກຂອງທ່ານມີປະສິດທິພາບ ແລະ ບໍ່ແມ່ນເລື່ອງຂອງການເຮັດວຽກພຽງຢ່າງດຽວ ແຕ່ຍັງລວມເຖິງການຜ່ອນຄາຍຈາກການເຮັດວຽກນຳ.
  3. ຫາແຮງກະຕຸ້ນໃຫ້ພົບ : ການເຮັດວຽກຢູ່ເຮືອນບໍ່ຕ່າງຈາກການເຮັດວຽກຢູ່ຫ້ອງການບ່ອນວ່າ ທ່ານຍັງຕ້ອງພົບສິ່ງທ້າທາຍຢູ່ສະເໝີ ໂດຍສະເພາະການເຮັດວຽກໃຫ້ສຳເລັດລຸລ່ວງ ທ່ານຕ້ອງຫາແຮງກະຕຸ້ນເພື່ອໃຫ້ວຽກອອກມາດີນຳ ເຊັ່ນ : ທ່ານຢາກເຮັດວຽກຢູ່ເຮືອນຍ້ອນວ່າຈະໄດ້ຢູ່ກັບຄອບຄົວຫລາຍຂຶ້ນ ບໍ່ວ່າຈະອັນໃດກໍຕາມທີ່ເປັນແຮງກະຕຸ້ນໃຫ້ກັບທ່ານ ກໍຈົ່ງຈື່ຈຳມັນໄວ້ ເພື່ອທີ່ຈະເຮັດໃຫ້ທ່ານບໍ່ທໍ້ ແລະ ໝົດຄວາມຕັ້ງໃຈງ່າຍໆ.
  4. ຝຶກຝົນການຕິດຕໍ່ສື່ສານໃຫ້ຊຳນານ : ເຄັດລັບຄວາມສຳເລັດຂອງການເຮັດວຽກຢູ່ເຮືອນກໍແມ່ນທ່ານຕ້ອງມີທັກສະການສື່ສານທີ່ດີ ເຊັ່ນ : ການຕອບອີເມລຢ່າງເໝາະສົມກໍຕ້ອງການທັກສະການຂຽນທີ່ດີ, ການສື່ສານທີ່ດີນັ້ນຍັງລວມໄປເຖິງການເອົາໃຈໃສ່ກັບຄົນທີ່ເຮົາຕິດຕໍ່ ເຊັ່ນ : ຖ້າເຮົາຕິດຕໍ່ກັບຄົນທີ່ຢູ່ໄກກັນກໍອາດຈະຕ້ອງເບິ່ງນຳວ່າໄລຍະເວລາຂອງເຮົາກັບເຂົາແຕກຕ່າງກັນຫລາຍປານໃດ. ນອກຈາກນີ້, ຢ່າລັງເລທີ່ຈະຖາມຄຳຖາມກ່ຽວກັບວຽກ ແລະ ຄວາມຮັບຜິດຊອບທີ່ທ່ານຍັງບໍ່ໝັ້ນໃຈ. ການມີທັກສະການສື່ສານທີ່ດີເລີດຈະຊ່ວຍໃຫ້ວຽກຂອງທ່ານຄ່ອງແຄ້ວຍິ່ງຂຶ້ນ.
  5. ຈັດພື້ນທີ່ສຳລັບການເຮັດວຽກໂດຍສະເພາະ : ການເຮັດວຽກຢູ່ເຮືອນນັ້ນຄວນທີ່ຈະຕ້ອງມີພື້ນທີ່ສຳລັບການເຮັດວຽກໂດຍສະເພາະ ລອງຈັດພື້ນທີ່ບາງສ່ວນຂອງເຮືອນໃຫ້ກາຍມາເປັນຫ້ອງການຂະໜາດນ້ອຍ ລວມທັງເລືອກໂຕະເຮັດວຽກ, ຕັ່ງອີ້ທີ່ເໝາະສົມກັບໂຕທ່ານນຳ.
  6. ເຄົາລົບພື້ນທີ່ຂອງທ່ານ : ການເຮັດວຽກຢູ່ເຮືອນນັ້ນຄວນຈະໂອ້ລົມກັບຄົນອ້ອມຂ້າງກ່ອນວ່າທ່ານຕ້ອງການຫຍັງ ເຊັ່ນ : ທ່ານບໍ່ຕ້ອງການໃຫ້ໃຜມາວົນວາຍໃນພື້ນທີ່ໆທ່ານໃຊ້ເຮັດວຽກ, ກຳນົດຂອບເຂດໃຫ້ຈະແຈ້ງເພື່ອທີ່ຈະເຮັດໃຫ້ທ່ານບໍ່ເສຍສະມາທິໄປກັບສິ່ງອື່ນໆອ້ອມໂຕ ເຊັ່ນ : ການຂໍຄວາມຮ່ວມມືຂອງຄົນອ້ອມຂ້າງບໍ່ໃຫ້ສ້າງສຽງດັງລົບກວນ.
  7. ລື່ນເລີງກັບເສລີພາບ : ຖ້າທ່ານມີຕາຕະລາງເວລາທີ່ມີປະສິດທິພາບ, ມີການຕັ້ງເປົ້າໝາຍ, ຄົ້ນພົບແຮງກະຕຸ້ນ ແລະ ມີສະພາບແວດລ້ອມໃນການເຮັດວຽກທີ່ສົ່ງເສີມໃຫ້ວຽກຂອງທ່ານດຳເນີນໄປຢ່າງຄ່ອງແຄ້ວແລ້ວ ທ່ານຈະຮູ້ສຶກເຖິງອິດສະຫລະໃນການເຮັດວຽກ, ຄວາມຜ່ອນຄາຍສະດວກສະບາຍຂອງຊີວິດ, ທ່ານຈະສາມາດຄວບຄຸມເວລາຂອງຕົນເອງໄດ້ ແລະ ມ່ວນໄປກັບວຽກຂອງທ່ານໄດ້ຫລາຍຂຶ້ນນັ້ນເອງ.
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ