50 ຄົນຢາກສະຫລະປອດຂອງຕົນໃຫ້ນັກບິນຊາວອັງກິດຕິດເຊື້ອໂຄວິດ-19 ທີ່ມີອາການໜັກໜ່ວງ

ໂດຍ: ລູກເມືອງພວນ

ສູນບໍລິການ ແລະ ປ່ຽນຖ່າຍອະໄວຍະວະແຫ່ງຊາດຫວຽດນາມໃຫ້ຮູ້ວ່າ: ມີ 50 ຄົນ (ມີອາຍຸແຕ່ 21 ປີ ຫາ 71 ປີ) ຢາກສະຫລະປອດຂອງຕົນໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 91 ນັກບິນຊາວອັງກິດ ທີ່ມີອາການໜັກໜ່ວງຢູ່ໃນຂະນະນີ້ ທີ່ມີປອດພຽງ 10% ຍັງເຄື່ອນໄຫວໄດ້ເທົ່ານັ້ນ.

ທົ່ວໂລກໃນປັດຈຸບັນມີພຽງ 3 ກໍລະນີເທົ່ານັ້ນທີ່ມີການປ່ຽນຖ່າຍປອດໃຫ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີຜົນສຳເລັດ. ໃນນັ້ນ ຫວຽດນາມກໍສາມາດປ່ຽນຖ່າຍປອດໄດ້ເຊັ່ນດຽວກັນ.

ປັດຈຸບັນ, ສູນດັ່ງກ່າວກຳລັງລໍຖ້ການຕົກລົງຂອງສະພາການແພດຂອງກະຊວງສາທາລະນະສຸກ ເພື່ອຜ່າຕັດປ່ຽນຖ່າຍປອດຢູ່.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ