ຊ່ວຍກູ້ເອົາຊີວິດເດັກຍິງ ຄົນລາວ ເປັນກ້ອນເບົ້າປອດໄວ້ໄດ້

ໂດຍ: ລູກເມືອງພວນ

ຂ່າວຈາກ  VietTimes ວັນທີ 18 ພຶດສະພາ ໃຫ້ຮູ້ວ່າ: ໂຮງໝໍເດັກສູນກາງຂອງຫວຽດນາມໄດ້ຜ່າຕັດເອົາກ້ອນເບົ້າໃນປອດອອກໃຫ້ເດັກຍິງຄົນລາວ ໄດ້ຢ່າງສຳເລັດ.

ໂຮງໝໍເດັກສູນກາງຫວຽດນາມໃຫ້ຮູ້ວ່າ ເດັກຍິງອາຍຸ 12 ເດືອນ ຢູ່ບ້ານໂພນໄຊ, ເມືອງຊຳເໜືອ, ແຂວງຫົວພັນ ເຂົ້າໂຮງໝໍດ້ວຍອາການໜັກໜ່ວງ ຍ້ອນເປັນກ້ອນເບົ້າໃນປອດໂດຍກຳເນີດ.

ພາຍຫຼັງໄດ້ປິ່ນປົວຢູ່ລາວໄລຍະໜຶ່ງ ອາການບໍ່ດີຂຶ້ນ ຈຶ່ງໄດ້ນຳສົ່ງໄປໂຮງໝໍເດັກສູນກາງຂອງ ສສ ຫວຽດນາມ. ທ່ານໝໍ ຫງວຽນ ວັນ ລິງ ຮອງຜູ້ອຳນວຍການໂຮງໝໍດັ່ງກ່າວໃຫ້ຮູ້ວ່າ: ພາຍຫຼັງກວດກາເບິ່ງຢ່າງລະອຽດ ແລະ ຕີລາຄາອາການຂອງພະຍາດແລ້ວ, ທິມແພດຢືນຢັນວ່າ ເດັກເປັນກ້ອນເບົ້າໃນປອດເບື້ອງຂວາບັກໃຫ່ຍ ຈຶ່ງໄດ້ຕົກລົງຜ່າຕັດທັນທີ.

ທ່ານໝໍ ລິງ ໃຫ້ຮູ້ວ່າ ສິ່ງທີ່ຫຍຸ້ງຍາກທີ່ສຸດກໍຄືສຸຂະພາບຂອງເດັກແມ່ນອ່ອນເພຍຫຼາຍ ຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ອີກຢ່າງໜຶ່ງແມ່ນຢູ່ໃນໄລຍະ ໂຄວິດ-19 ຈຶ່ງເຮັດໃຫ້ການໄປມາລະຫວ່າງປະເທດມີຄວາມຫຍຸ້ງຍາກ, ແຕ່ຍ້ອນມີຄວາມຈຳເປັນຕ້ອງໄດ້ກູ້ເອົາຊີວິດຂອງນ້ອງໄວ້, ເຈົ້າໜ້າທີ່ຊາຍແດນຈຶ່ງໄດ້ທຳການກວດຫາເຊື້ອໄວຣັສ ໂຄວິດ-19 ເຫັນວ່າເປັນຜົນລົບ, ວັນທີ 3 ພຶດສະພານີ້ ຈຶ່ງສາມາດໃຫ້ນ້ອງໄດ້ເຂົ້າໄປຫວຽດນາມໄດ້.

ພາຍຫຼັງໄດ້ຮັບການຜ່າຕັດ ສຸຂະພາບຂອງນ້ອງດີຂຶ້ນຕາມລຳດັບ, ເມື່ອເຖິງວັນທີ 8 ພຶດສະພານີ້ ສຸຂະພາບຂອງນ້ອງຄ່ອຍປົກກະຕິຂຶ້ນມາ ແລະ ໄດ້ປິ່ນປົວຢູ່ທີ່ພະແນກສາກົນ. ວັນທີ 15 ພຶດສະພາ, ສຸຂະພາບຂອງນ້ອງແມ່ນກັບຄືນສູ່ປົກະຕິ ແລະ ຄາດວ່າຈະໄດ້ອອກໂຮງໝໍໃນມື້ນີ້ເອງ(17/5/20).

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ