ອີຕາລີກຽມເປີດຊາຍແດນເດືອນໜ້າ ຫວັງຟື້ນຟູອຸດສາຫະກຳທ່ອງທ່ຽວໃນລະດູຮ້ອນ

ທ່ານ ນາຍົກລັດຖະມົນຕີອີຕາລີ ມີແຜນຜ່ອນຄາຍລ໊ອກດາວເພີ່ມເຕີມ ເຊິ່ງລວມເຖິງການເປີດຊາຍແດນແກ່ນັກທ່ອງທ່ຽວຫລືພົນລະເມືອງຈາກເອີຣົບ ໃນເດືອນໜ້າ ເພື່ອຟື້ນຟູອຸດສາຫະກຳທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກວິກິດຮ້າຍແຮງຈາກການລະບາດຂອງໂຄວິດ-19, ໃນຂະນະທີ່ຮ້ານ ບາ ແລະ ຮ້ານອາຫານຈະກັບມາເປີດໃຫ້ບໍລິການອີກຄັ້ງຕັ້ງແຕ່ວັນຈັນ 18 ພຶດສະພານີ້ ເປັນຕົ້ນໄປ.
ນາຍົກອີຕາລີໃຫ້ຮູ້ວ່າ: ປະຊາຊົນຈະສາມາດໄປໃສ່ກໍໄດ້ຕາມຄວາມຕ້ອງການ ບໍ່ວ່າຈະໄປເຂດພູເຂົາ, ໄປທະເລສາບ ຫລື ໄປຫາດຊາຍຕ່າງໆກໍໄດ້.
ການຜ່ອນຜັນລ໊ອກດາວມີຂຶ້ນໃນໄລຍະທີ່ໂຕເລກການເສຍຊີວິດລາຍໃໝ່ຈາກໂຄວິດ-19 ໃນອີຕາລີຫລຸດລົງເຫລືອ 153 ຄົນໃນວັນທີ 16 ພຶດສະພານີ້, ເຊິ່ງເປັນລະດັບຕ່ຳທີ່ສຸດນັບຕັ້ງແຕ່ວັນທີ 9 ເປັນຕົ້ນມາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ