ການນໍາພັກ-ລັດ, ປວງຊົນລາວ ຮ່ວມໄວ້ອາໄລ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ

ການນໍາພັກ-ລັດ ແລະ ປວງຊົນລາວ ຮ່ວມໄວ້ອາໄລ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເປັນຄັ້ງສຸດທ້າຍ ໃນພິທີຊາປະນາກິດສົບທີ່ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງມື້ນີ້ ຢູ່ເດີ່ນພະທາດຫຼວງ.

ເຖິງທ່ານຈະຈາກໄປຢ່າງບໍ່ມີວັນຫວນກັບມາ ແຕ່ຜົນງານ ແລະ ຄຸນງາມຄວາມດີ ຈະເປັນແວ່ນແຍງ ແລະ ບົດຮຽນອັນລໍ້າຄ່າໄວ້ໃຫ້ປະເທດຊາດ, ການນໍາຮຸ່ນສືບທອດ ແລະ ປວງຊົນລາວທັງຊາດຈາລຶກບຸນຄຸນໄວ້ຕະຫຼອດໄປ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໃນນາມປະທານຄະນະຊາປະນາກິດສົບ ໄດ້ອ່ານສະດຸດີຜົນງານຄວາມດີທີ່ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ປະກອບສ່ວນໃນການຕໍ່ສູ້ປົດປ່ອຍຊາດຈາກສັດຕູຜູ້ຮຸກຮານພາຍນອກ, ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ນັກປະຕິວັດຮຸ່ນຕໍ່ສູ້ປົດປ່ອຍຊາດ ໄດ້ເຖິງແກ່ມໍລະນະກໍາ ໃນເວລາ 7 ໂມງ 00 ນາທີ ຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນໄດ້ 92 ປີ, ພາຍຫຼັງທີ່ມີການເຈັບເປັນໄລຍະໜຶ່ງ ເຊິ່ງການຈັດຕັ້ງພັກ-ລັດ, ຄອບຄົວ ຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້.

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງພາຍໃນ, ນັກຮົບເກົ່າ ແລະ ສັງຄົມ (ກະຊວງປ້ອງກັນຄວາມສະຫງົບໃນປະຈຸບັນ), ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ ກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍ ສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ