ຕາຍຍ້ອນໂຄວິດ-19 ເພາະຖືກຄົນຖົ່ມນໍ້າລາຍໃສ່

ໂດຍ: ລູກເມືອງພວນ

ANHBelly Mujinga, ອາຍຸ 47 ປີ, ເຈົ້າໜ້າທີ່ກວດກາປີ້ລົດໄຟ ຢູ່ໃນ ລອນດອນຕາຍຍ້ອນໂຄວິດ-19 ເພາະຖືກຄົນຖົ່ມນໍ້າລາຍໃສ່.
ວັນທີ 22 ມີນາ ຜ່ານມາ Belly Mujinga ໃນຂະນະທີ່ເຂົາກຳລັງເຮັດວຽກກັບເພື່ອນຮ່ວມງານຄົນໜຶ່ງຢູ່ໃນຫ້ອງລໍຖ້າຂອງຜູ້ໂດຍສານ ທີ່ສະຖານີ Victoria ໃນກຸງລອນດອນ ກໍມີຜູ້ໂດຍສານຄົນໜຶ່ງບຸກເຂົ້າມາຫາຕົວ ແລະ ຖົ່ມນໍ້າລາຍໃສ່ເຂົາ ພ້ອມທັງເວົ້າວ່າ ເຂົາຕິດເຊື້ອໄວຣັດໂຄວິດ-19.

ເມື່ອມີເຫດການເກີດຂຶ້ນ ທາງບໍລິສັດຮູ້ດີ ແຕ່ເມີນເສີນ. Belly ມີພະຍາດປະຈຳຕົວຄືພະຍາດທາງເດີນຫາຍໃຈ ແລະ ເຄີຍຖືກຜ່າຕັດຄັ້ງໜຶ່ງແລ້ວ ແລະ ໄດ້ໄປໂຮງໝໍຕິດຕາມເປັນປົກະຕິ. ກ່ອນໜ້ານີ້ເຂົາກໍຖືກພັກວຽກຍ້ອນສຸຂະພາບບໍ່ແຂງແຮງ, ບໍລິສັດກໍຮູ້ດີ ແຕ່ບໍ່ຫໄວຊາ, ຊໍ້າບໍ່ໜຳເມື່ອຖືກຄົນຖົ່ມນໍ້າລາຍໃສແລ້ວ ກໍຍັງໃຫ້ເຂົາສືບຕໍ່ເຮັດວຽກຢູ່ ຈົນວ່າມີຄຳສັ່ງຈາກທ່ານໝໍໃນວັນທີ 25 ມີນາ ຈຶ່ງໃຫ້ເຂົາພັກວຽກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ