7 ເຕັກນິກເຮັດວຽກຢູ່ເຮືອນບໍ່ໃຫ້ເສຍສາຍຕາ

ເນື່ອງຈາກຍັງຄົງຢູ່ໃນສະຖານະການໆລະບາດຂອງໄວຣັສ COVID-19 ເພື່ອເປັນການຫລຸດການແຜ່ເຊື້ອ ທຸກຄົນຈຶ່ງຕ້ອງເວັ້ນໄລຍະຫ່າງ Social distancing ຈຶ່ງເຮັດໃຫ້ໄລຍະນີ້ຫລາຍໆຄົນຕ້ອງເຮັດວຽກຢູ່ເຮືອນ ແລະ ອາດຈະຕ້ອງຈ້ອງຈໍຄອມພິວເຕີ, ຈໍໂນ໊ດບຸກ, ຈໍໂທລະສັບມືຖື ກັນເປັນເວລາດົນໆ ເຊິ່ງແສງສີຟ້າຈາກຈໍນັ້ນແມ່ນໂຕການທຳຮ້າຍສາຍຕາຂອງທ່ານໄດ້ຫາກບໍ່ລະວັງ. ມື້ນີ້ພວກເຮົາມີເຄັດລັບດີໆມາແນະນຳໃຫ້ທ່ານລອງເອົາໄປປະຕິບັດເບິ່ງ.
- ຜົນເສຍທີ່ຈະເກີດຂຶ້ນກັບດວງຕາຈາກແສງສີຟ້າທີ່ມາຈາກຈໍຄອມ – ຈໍສະມາດໂຟນ :
- ອິດເມື່ອຍດວງຕາ : ສັງເກດໂດຍອາດມີອາການປວດຕາ, ຕາແຫ້ງ, ຕາມົວ, ນຳ້ຕາໄຫລ.
- ຈໍປະສາດຕາເສື່ອມ : ເນື່ອງຈາກຄື້ນແສງຊັກນຳໃຫ້ເກີດການສ້າງອະນຸມູນອິດສະລະ ແລະ ກະຕຸ້ນການສ້າງ Lipofuscin(ເມັດສີ ຫລື ຂອງເສຍຈາກແຊນທີ່ເກີດຈາກການກະຕຸ້ນຈາກອະນຸມູນອິດສະລະ) ເຊິ່ງເປັນປັດໄຈເຮັດໃຫ້ເກີດອາການຈໍປະສາດຕາເສື່ອມ.
- ລົບກວນຄວາມດຸ່ນດ່ຽງຮໍໂມນເມລາໂທນິນ : ເຮັດໃຫ້ລະດັບຮໍໂມນເມລາໂທນິນຫລຸດລົງ 70% ເຊິ່ງຈະເຮັດໃຫ້ເຮົານອນຫລັບຍາກຂຶ້ນ ແລະ ເສຍຄວາມດຸ່ນດ່ຽງຂອງການນອນຫລັບ. ດັ່ງນັ້ນ, ຄວນງົດການຫລິ້ນໂທລະສັບ ຫລື ເບິ່ງໂທລະພາບກ່ອນນອນໃນຄວາມມືດ ຫລື ຫ້ອງທີ່ປິດໄຟ.
ຮູ້ເຖິງຜົນເສຍກັນແລ້ວວ່າຖ້າຫາກບໍ່ດູແລດວງຕາຂອງທ່ານລະຫ່ວາງການເຮັດວຽກນັ້ນຈະເກີດຫຍັງຂຶ້ນ ມາອ່ານເຕັກນິກການດູແລດວງຕາ ແລ້ວນຳໄປປະຕິບັດກັນເລີຍ.
- ຫລຸດຄວາມແຈ້ງຂອງໜ້າຈໍຄອມ – ຈໍໂທລະສັບມືຖືລົງ.
- ຕິດຟີມຫລຸດແສງ ຫລື ກອງແສງສີຟ້າຢູ່ຈໍຄອມພິວເຕີ ຫລື ໂທລະສັບມືຖື.
- ງົດໃຊ້ອຸປະກອນໃຫ້ແສງສີຟ້າໃນສະພາບແວດລ້ອມທີ່ບໍ່ເໝາະສົມ ເຊັ່ນ : ຫລິ້ນໂທລະສັບໃນບ່ອນມືດ, ປິດໄຟເບິ່ງໂທລະພາບ ລວນເປັນປັດໄຈສ່ຽງໄພຈາກແສງສີຟ້າທັງໝົດ.
- ພັກຜ່ອນສາຍຕາທຸກໆ 20 ນາທີ ລະວັງຢ່າຈ້ອງຈໍໝົດມື້ ເພາະຈະເຮັດໃຫ້ສາຍຕາຂອງທ່ານອິດເມື່ອຍໄດ້.
- ກິນອາຫານທີ່ເປັນແຫ່ລງຂອງລູທີນ ແລະ ຊີແຊນທີນ ເພາະສາມາດຊ່ວຍເສີມວິຕາມິນດູແລດວງຕາໄດ້.
- ການພັກຜ່ອນສາຍຕາທີ່ດີທີ່ສຸດແມ່ນການນອນ, ແຕ່ຖ້າບໍ່ສາມາດນອນໄດ້ ໃຫ້ແນມໄປໄກໆ ເພື່ອຫລຸດການຈ້ອງຂອງສາຍຕາ ເປັນການຫລຸດຜ່ອນຄວາມເມື່ອຍລ້າຂອງກ້າມຊີ້ນບໍລິເວນອ້ອມໆດວງຕາໄດ້.

