ອັດຕະປືມອບເງິນກວ່າ 5 ຕື້ກີບໃຫ້ຄອບຄົວທີ່ເສຍຊີວິດໃນປາງສົງຄາມ

ໃນວັນທີ 13 ພຶດສະພານີ້ ທ່ານ ອຸນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ແລະ ຕ່າງໜ້າລັດຖະບານ ໄດ້ມອບ

ເງິນນະໂຍບາຍ ອຸດໜູນ ໃຫ້ຄອບຄົວ ຜູ້ເສຍຊີວິດ ໃນປາງສົງຄາມ ທີ່ທາງພະແນກ ແຮງງານ ສະຫວັດດີການ – ສັງຄົມ ແຂວງ ນໍາມາມອບ ໃນຄັ້ງນີ້ ແມ່ນໄດ້ມອບ ໃຫ້ຕ່າງໜ້າ ຄອບຄົວພະນັກງານ ນັກຮົບ ຜູ້ຖືກເສຍຊີວິດ ເຊິ່ງນັບແຕ່ປີ 2011 ມາຮອດ ປັດຈຸບັນ ແຂວງ ອັດຕະປື ໄດ້ນະໂຍບາຍ ອຸດໜູນ ພະນັກງານ ປະຕິວັດ ລວມທັງອອກ ການເຄິ່ງທາງ ແລະ ເສຍຊີວິດ ສະໄໝສົງຄາມ ມີຈຳນວນ 200 ກວ່າທ່ານ ລວມເປັນ ເງິນນະໂບຍາຍ ທັງໝົດ 5 ຕື້ກວ່າກີບແລ້ວ, ສຳລັບໃນຕໍ່ໜ້າ ທາງພະແນກ ແຮງງານ ສະຫວັດດີການ – ສັງຄົມ ແຂວງ ຈະສົມທົບ ກັບການນຳ ກ່ຽວຂ້ອງ ຂັ້ນແຂວງ ສືບຕໍ່ຊົດເຊີຍ ອຸດໜູນນະ ໂຍບາຍພະນັກງານ ຜູ້ມີຜົນງານ ຄວາມດີ ຕໍ່ປະເທດຊາດ ຢູ່ແຂວງ ອັດຕະປື ໃຫ້ສະໜ່ຳສະເໝີ ຕາມຕົວເລກ ທີ່ຍັງມີຢູ່ຈຳນວນ 7.000 ກວ່າຄົນນັ້ນ ຈົນກວ່າ ໄດ້ຮັບຄຳສັ່ງ ຈາກຂັ້ນເທິງ.

ໃນໂອກາດ ດຽວກັນ ທ່ານ ອຸນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ກໍ່ຍັງໃຫ້ການໂອ້ລົມ ຕໍ່ຄອບຄົວ ຜູ້ຖືກເສຍຊີວິດ ທີ່ໄດ້ຮັບເງິນນະໂຍບາຍ ອຸດໜູນ ຊົດເຊີຍ ຕໍ່ຜົນງານ ການປະກອບສ່ວນ ຂອງພະນັກງານ ນັກຮົບ ໃນການ ປະຕິບັດໜ້າທີ່ ປົກປັກ ຮັກສາສ້າງສາ ພັດທະນາ ປະເທດຊາດ ທັງເປັນການຈາລຶກ ຄຸນງາມຄວາມດີ ຂອງນັກປະຕິວັດ ທີ່ເສຍສະຫຼະຊີວິດ ຂອງຕົນ ເພື່ອປົກປ້ອງປະເທດຊາດ ແລະ ພ້ອມກັນນີ້ ກໍ່ຂໍໃຫ້ພໍ່ແມ່ປະຊາຊົນ ກໍ່ຄື ລູກຫຼາຍຜູ້ຖືກເສຍຊີວິດ ຈົ່ງພ້ອມກັນເອົາໃຈໃສ່ປ້ອງເຊື້ອພະຍາດ ໂຄວິດ-19 ໃຫ້ມີປະສິດທິຜົນ ບໍ່ວ່າ ໃນປັດຈຸບັນ ແລະ ອະນາຄົດ, ສືບຕໍ່ຈັດຕັ້ງປະຕິບັດຕາມລະບຽບການຂອງເຈົ້າໜ້າທີ່ ຄະນະສະເພາະກິດ ຂັ້ນແຂວງ ເພື່ອໃຫ້ທຸກຄົນໄດ້ຫ່າງໃກຈາກການຕິດເຊື້ອໂລລະບາດຢ່າງສັນຕິ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ