ລາວປັບລາຄານໍ້າມັນລົງ 1.550 ກີບ/ລິດ

ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ອອກແຈ້ງການໃນວັນທີ 13ພຶດສະພານີ້, ເພື່ອໃຫ້ສະມາຄົມນໍ້າມັນ-ອາຍແກັສ ແລະ ບໍລິສັດນໍ້າມັນໃນທົ່ວປະເທດປັບລາຄານໍ້າມັນເຊື້ອໄຟ ແອັດຊັງພິເສດ ປັບລົງ 1.550 ກີບ/ລິດ, ແອັດຊັງທໍາມະດາ ປັບລົງ 1.070 ກີບ/ລິດ ແລະ ກາຊວນ ປັບລົງ 490 ກີບ/ລິດ, ໂດຍໃຫ້ປະຕິບັດແຕ່ 6:00 ໂມງຂອງວັນທີ 14 ພຶດສະພາເປັນຕົ້ນໄປ.

ສໍາລັບຄາລານໍ້າມັນຂາຍຍ່ອຍໃໝ່ຕາມປໍ້າຕ່າງໆທົ່ວປະເທດມີດັ່ງນີ້: ນະຄອນຫລວງວຽງຈັນ ແອັດຊັງພິເສດ 6.870, ແອັດຊັງທໍາມະດາ 6.610 ແລະ ກາຊວນ 6.550 ກີບຕໍ່ລິດ. ຜົ້ງສາລີແອັດຊັງທໍາມະດາ 7.370 ແລະ ກາຊວນ 7.310 ກີບຕໍ່ລິດ. ຫລວງນໍ້າທາແອັດຊັງທໍາມະດາ 6.970 ແລະ ກາຊວນ 6.910 ກີບຕໍ່ລິດ. ອຸດົມໄຊແອັດຊັງພິເສດ 7.350, ແອັດຊັງທໍາມະດາ 7.090 ແລະ ກາຊວນ 7.030 ກີບຕໍ່ລິດ. ບໍ່ແກ້ວແອັດຊັງພິເສດ 6.970, ແອັດຊັງທໍາມະດາ 6.710 ແລະ ກາຊວນ 6.650 ກີບຕໍ່ລິດ. ຫລວງພະບາງແອັດຊັງພິເສດ 7.270, ແອັດຊັງທໍາມະດາ 7.010 ແລະ ກາຊວນ 6.950 ກີບຕໍ່ລິດ. ໄຊຍະບູລີ ແອັດຊັງທໍາມະດາ 7.120 ແລະ ກາຊວນ 6.800 ກີບຕໍ່ລິດ. ຫົວພັນແອັດຊັງທໍາມະດາ 7.010 ແລະ ກາຊວນ 6.950 ກີບຕໍ່ລິດ. ຊຽງຂວາງ ແອັດຊັງທໍາມະດາ 6.800 ແລະ ກາຊວນ 6.740 ກີບຕໍ່ລິດ. ແຂວງວຽງຈັນແອັດຊັງພິເສດ 6.870, ແອັດຊັງທໍາມະດາ 6.610 ແລະ ກາຊວນ 6.550 ກີບຕໍ່ລິດ. ບໍລິຄໍາໄຊແອັດຊັງພິເສດ 6.950, ແອັດຊັງທໍາມະດາ 6.690 ແລະ ກາຊວນ 6.630 ກີບຕໍ່ລິດ. ຄໍາມ່ວນແອັດຊັງພິເສດ 6.900, ແອັດຊັງທໍາມະດາ 6.640 ແລະ ກາຊວນ 6.580 ກີບຕໍ່ລິດ. ສະຫວັນນະເຂດແອັດຊັງພິເສດ 6.900, ແອັດຊັງທໍາມະດາ 6.640 ແລະ ກາຊວນ 6.580 ກີບຕໍ່ລິດ. ສາລະວັນແອັດຊັງພິເສດ 7.080, ແອັດຊັງທໍາມະດາ 6.820 ແລະ ກາຊວນ 6.760 ກີບຕໍ່ລິດ. ຈໍາປາສັກແອັດຊັງພິເສດ 6.930, ແອັດຊັງທໍາມະດາ 6.670 ແລະ ກາຊວນ 6.610 ກີບຕໍ່ລິດ. ເຊກອງແອັດຊັງທໍາມະດາ 6.850 ແລະ ກາຊວນ 6.790 ກີບຕໍ່ລິດ. ອັດຕະປືແອັດຊັງພິເສດ 7.110, ແອັດຊັງທໍາມະດາ 6.850 ແລະ ກາຊວນ 6.790 ກີບຕໍ່ລິດ ແລະ ໄຊສົມບູນແອັດຊັງທໍາມະດາ 6.850 ແລະ ກາຊວນ 6.790 ກີບຕໍ່ລິດ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ