ໂຮງຮຽນມັດທະຍົມໃນນະຄອນຫລວງປັກກິ່ງກັບມາເປີດຮຽນແລ້ວ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໂຮງຮຽນມັດທະຍົມໃນນະຄອນຫລວງປັກກິ່ງ ຂອງຈີນ ທີ່ປິດໃນຊ່ວງໂຄວິດ-19 ລະບາດ ໄດ້ກັບມາເປີດການຮຽນ-ການສອນແລ້ວ, ເຊິ່ງນັກຮຽນ ມ.ຕົ້ນຫລາຍກວ່າ 82.000 ຄົນ ເລີ່ມໄປໂຮງຮຽນ, ໂດຍມາຂໍ້ກຳນົດຕ້ອງມີຫລັກຖານການກວດສຸຂະພາບ ແລະ ປະຫວັດການເດີນທາງໃນ 14 ມື້ມາກວດເບິ່ງກ່ອນເຂົ້າໂຮງຮຽນ. ນັກຮຽນຫລາຍຄົນບອກເປັນສຽງດຽວກັນວ່າ: ໃນຊ່ວງໂຮງຮຽນປິດຍ້ອນໂຄວິດລະບາດ ຮູ້ສຶກວ່າກົດດັນ ແລະ ດີໃຈທີ່ໂຮງຮຽນໄດ້ກັບມາເປີດ.

ດ້ານຄະນະກຳມະການກະຊວງສາທາລະນະສຸກແຫ່ງຊາດຈີນລະບຸວ່າ: ຈີນບໍ່ມີຜູ້ເສຍຊີວິດຈາກໂຄວິດ-19 ມາເກືອບ 1 ເດືອນແລ້ວ, ສ່ວນຜູ້ຕິດເຊື້ອຍັງປິ່ນປົວຢູ່ພຽງ 141 ຄົນ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ