ສະຫະລັດອາເມລິກາຂັດຂວາງການຢຸດຍິງໃນທົ່ວໂລກ ຂອງອົງການອານາໄມໂລກ(WHO)

ໂດຍ: ລູກເມືອງພວນ

ສະຫະລັດອາເມລິກາຂັດຄ້ານ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ລົງຄະແນນສຽງເພື່ອ ສະໜັບສະໜູນມະຕິຮຽກຮ້ອງຢຸດຍິງໃນທົ່ວໂລກ ໂດຍມີເນື້ອໃນກ່ຽວຂ້ອງກັບ ອົງການອານາໄມໂລກ.

ມະຕິຮຽກຮ້ອງໃຫ້ຢຸດຍິງທົ່ວໂລກດັ່ງກ່າວ ໂດຍການສະເໜີຂອງເລຂາທິການໃຫ່ຍສະຫະປະຊາຊາດ Antonio Guterres ໃນວັນທີ 23 ມີນາ ຜ່ານມາ, ຊຶ່ງທ່ານຮຽກຮ້ອງໃຫ້ຈຸດປະທະກັນໃນທົ່ວໂລກຢຸດຍິງ ເພື່ອໃຫ້ລັດຖະບານແຕ່ລະປະເທດໄດ້ມີເວລາສຸມໃສ່ແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19.
ເຖິງຈະມີຄວາມພະຍາຍາມໃຫ້ມະຕິດັ່ງກ່າວໄດ້ຜ່ານຄວາມເຫັນດີຂອງສະພາຄວາມໝັ້ນຄົງກໍຕາມ ແຕ່ກໍຖືກຖົກຖຽງ ແລະ ຂັດແຍ່ງກັນລະຫວ່າງສະຫະລັດອາເມລິກາ ແລະ ຈີນ. ໂດຍສະຫະລັດອາເມລິກາຂັດຄ້ານເນື້ອໃນສະໜັບສະໜູນການເຄື່ອນໄຫວຂອງການຈັດຕັ້ງແພດສາກົນ ຫຼື ອົງການອານາໄມໂລກ(WHO) ທີ່ມີການລະບາດຂອງພະຍາດ, ສ່ວນຈີນແມ່ນສະໜັບສະໜູນ ອົງການອານາໄມໂລກ.

ນັບແຕ່ມື້ເລຂາທິການໃຫ່ຍອົງການສະຫະປະຊາຊາດ ທ່ານ Guterres ປະກາດຢຸດຍິງໃນທົ່ວໂລກເປັນຕົ້ນມາ, ໄດ້ມີ 10 ປະເທດຢຸດລົບກັນ ເຖິງຢ່າງໃດກໍຕາມ ຖ້າປະເທດມະຫາອຳນາດ ຂອງໂລກຢ່າງສະຫະລັດອາເມລິກາບໍ່ເຫັນພ້ອມ ກໍຈະເຮັດໃຫ້ຄວາມຮຽກຮ້ອງຢຸດຍິງຂອງທ່ານ Guterres ຖືກສັ່ນຄອນ.

ເຖິງຢ່າງໃດກໍຕາມ, ສະພາຄວາມໝັ້ນຄົງຍັງຈະສືບຕໍ່ປຶກສາຫາລືເພື່ອຊອກຫາທາງອອກຕໍ່ໄປ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ