ລາວກຳລັງປະເຊີນສະພາບບັນຫາໄພແລ້ງ

ອີງຕາມພະຍາກອນລະດູການອຸຕຸກະສາດ 18 ແຂວງທົ່ວປະເທດ ສະບັບພະຍາກອນປະຈຳເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ໃຫ້ຮູ້ວ່າ: ໃນຂອບເຂດທົ່ວປະເທດລາວ ອາດຈະມີການສູນເສຍຜົນຜະລິດ ເນື່ອງຈາກອຸນຫະພູມຄວາມຮ້ອນສູງໃນໄລຍະລະດູອອກດອກຂອງພືດ ແຕ່ວ່າໂດຍລວມແລ້ວ ປະລິມານຝົນຕົກ ຄາດວ່າຈະຕົກໃນປະລິມານປານກາງ. ການເອົາໃຈໃສ່ໃນການບໍລິຫານຈັດການນໍ້າໃຫ້ພຽງພໍກັບພື້ນທີ່ການຜະລິດແມ່ນມີຄວາມສຳຄັນຫຼາຍ ເພື່ອຫຼີກລ່ຽງບັນຫາການຂາດນ້ຳໃນພາວະອຸນຫະພູມຄວາມຮ້ອນສູງຂື້ນ ເຊິ່ງສັງເກດເຫັນໄດ້ຈາກຄວາມສ່ຽງຈາກແມງໄມ້ເພີ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ.
ແຂວງບໍ່ແກ້ວ ແລະ ໄຊຍະບູລີຄາດວ່າຈະປະສົບກັບສະພາວະໄພແຫ້ງແລ້ງ ເຊິ່ງຈະປະກົດຂື້ນໃນລະຫວ່າງເດືອນພຶດສະພາ ເຖິງເດືອນກໍລະກົດ ເນື່ອງຈາກມີອຸນຫະພູມຄວາມຮ້ອນສູງ ແລະ ມີປະລິມານຝົນຕົກໜ້ອຍໃນສອງແຂວງດັ່ງກ່າວ.ສະພາບຄວາມແຫ້ງແລ້ງທີ່ຄາດວ່າຈະເກີດຂຶ້ນຢູ່ແຂວງບໍ່ແກ້ວ ແລະ ໄຊຍະບູລີ ແມ່ນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດເຂົ້ານາປີ ຍ້ອນວ່າການຂາດເຂີນນ້ຳ ເຊິ່ງອາດຈະສົ່ງຜົນກະທົບໂດຍກົງຕໍ່ການອອກໜໍ່ ຈົ່ງຮວງ ແລະ ອອກດອກ ຊາວກະສິກອນໃນແຂວງດັ່ງກ່າວຄວນຮັບຮູ້ເຖິງຄວາມສ່ຽງເຫຼົ່ານີ້ ແລະ ໃຫ້ປະຕິບັດຕາມມາດຕະການຊົມໃຊ້ນ້ຳຢ່າງປະຢັດ ນອກຈາກສະພາບໄພແຫ້ງແລ້ງ ຍັງມີຄວາມສ່ຽງອີກປະເພດໜຶ່ງຄືສັດຕູພືດທີ່ກຳລັງເພີ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ ເຊັ່ນ: ພະຍາດພືດ ເພ້ຍ ແລະ ໝອນເຈາະລຳຕົ້ນ.ເພື່ອຫຼີກລ່ຽງບໍ່ໃຫ້ເກີດຜົນກະທົບຕໍ່ການຜະລິດຂອງຊາວກະສິກອນ ດັ່ງນັ້ນຊາວກະສິກອນໃນທົ່ວປະເທດສາມາດເຂົ້າໄປຕິດຕາມພະຍາກອນອາກາດສຳລັບການຜະລິດກະສິກຳໄດ້ທີ່

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ