ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນຢ້ຽມຢາມສູນສະຖິຕິແຫ່ງຊາດ

ໃນວັນທີ 8 ພຶດສະພານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມສູນສະຖິຕິແຫ່ງຊາດ, ໂດຍການຕ້ອນຮັບຂອງທ່ານສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິດັ່ງກ່າວ ແລະ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຜ່ານມາໂດຍຫຍໍ້ກ່ຽວກັບການປະເມີນສະຖານະການໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 , ການຂະຫຍາຍຕົວຂອງເສດຖະກິດສັງຄົມ ແລະ ການເປັນຢູ່ຂອງປະຊາຊົນແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະບັນດາຂໍ້ມູນສະຖິຕິ ໃນການກຳນົດນະໂຍບາຍ, ການວາງແຜນການຕິດຕາມຜົນການຈັດຕັ້ງປະຕິບັດການພັດທະນາເສດຖະກິດສັງຄົມຂອງລັດຖະບານໃນແຕ່ລະໄລຍະ,ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ວຽກງານສະຖິຕິຍິ່ງມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ພັດທະນາໃຫ້ທຽບເທົ່າກັບສາກົນ ໂດຍສະເພາະການສະໜອງຂໍ້ມູນໃຫ້ແກ່ການປະເມີນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ເຊິ່ງປີນີ້ ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແລະກະກຽມການສ້າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025) ແລະ ການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງເຊິ່ງລັດຖະບານມີພັນທະໄດ້ລາຍງານຕໍ່ສາກົນ. ເພື່ອຮັບປະກັນການຈັດຕັ້ງວຽກງານສະຖິຕິໃຫ້ມີຄວາມສອດຄ່ອງກັບການພັດທະນາໄລຍະໃໝ່ ແລະທິດທາງໃນຕໍ່ໜ້າ ເພື່ອຮັບປະກັນການດຳເນີນວຽກງານສະຖິຕິໃນແຕ່ລະໄລຍະມີປະສິດທິຜົນ. ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ເອົາໃຈໃສ່ປັບປຸງ ແລະ ພັດທະນາວຽກງານສະຖິຕິໃຫ້ກ້າວໄປສູ່ຄວາມທັນສະໄໝ, ມີຄວາມເຂັ້ມແຂງ ບົນພື້ນຖານຄວາມຕ້ອງການໃນໄລຍະໃໝ່ ,ການເສີມສ້າງປັດໄຈທີ່ໜັກແໜ້ນໃຫ້ແກ່ລະບົບສະຖິຕິແຫ່ງຊາດໃຫ້ສາມາດເຊື່ອມໂຍງເຂົ້າກັບລະບົບສະຖິຕິໃນຂົງເຂດພາກພື້ນແລະສາກົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ