ການທົດລອງ ວັກແຊັງ ເບື້ອງຕົ້ນຂອງຫວຽດນາມມີຜົນສຳເລັດ

ໂດຍ: ລູກເມືອງພວນ

ພາຍຫຼັງ 10 ວັນ ສັກວັກແຊັງໃສ່ຝູງໜູຈຳນວນໜຶ່ງ ເຫັນວ່າຝູງໜູຍັງແຂງແຮງດີ ແລະ ຍັງສືບຕໍ່ຕິດຕາມປະຕິກິລິຍາຂອງມັນຕໍ່ກັບ ວັກແຊັງ ນັ້ນຢູ່.

ດອກເຕີ ໂດ້ຕວັນດາດ ປະທານບໍລິສັດ ວັກແຊັງ ແລະ ຜະລິດຕະພັນຢາເລກ 1 (VABIOTECH) ຂອງກະຊວງສາທາລະນະສຸກ ໃນວັນທີ 4 ພຶດສະພານີ້ຕີລາຄາວ່າ: “ ອາດເວົ້າໄດ້ວ່າ, ນີ້ແມ່ນຜົນສຳເລັດເບື້ອງຕົ້ນ ໃນການທົດລອງ ວັກແຊັງ ໂຄວິດ-19 ຂອງຫວຽດນາມ”

ອີກ 4-5 ວັນຂ້າງໜ້ານີ້, ຈະເອົາເລືອດຂອງພວກໜູມາກວດເພື່ອຕີລາຄາເທື່ອທີໜຶ່ງ ແລະ ການຕີລາຄາຄັ້ງທີສອງຈະເປັນ 14 ວັນຕໍ່ໄປ.

ວັກແຊັງນີ້, ແມ່ນເພື່ອເພີ່ມພູມຄຸ້ມກັນໃຫ້ກັບໜູ, ຖ້າຜົນອອກມາ ຫາກເຫັນວ່າ ໜູມີພູມຄຸ້ມກັນດີ ກໍຈະພັດທະນາໃຫ້ກາຍເປັນ ວັກແຊັງ ທີ່ສົມບູນແບບ ເພື່ອທົດລອງກັບຄົນ.

ຂັ້ນຕອນສຸດທ້າຍ ອາດມີຄວາມຫຍຸ້ງຍາກ ເພາະເປັນການທົດລອງກັບຄົນ.

ຄາດວ່າ, ວັກແຊັງ ໂຄວິດ-19 “made in Vietnam” ຈະສຳເລັດພາຍໃນ 12-18 ເດືອນຕໍ່ໜ້ານີ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ