ຫຼາຍປະເທດສະຫນັບສະຫນູນທຶນເພື່ອພັດທະນາວັກແຊງພະຍາດໂຄວິດ-19

ວັນທີ 4 ພຶດສະພານີ້, ສຳນັກຂ່າວCNN ລາຍງານວ່າ: ກອງປະຊຸມທາງໄກເພື່ອຊອກຫາທຶນສະຫນັບສະຫນູນການຮັບມືກັບພະຍາດ COVID-19 ທີ່ລິເລີ່ມໂດຍສະຫະພາບເອີລົບ ແລະ ປະເທດທີ່ກ່ຽວຂ້ອງອື່ນໆ, ຊຶ່ງປັດຈຸບັນໄດ້ຮັບເງິນບໍລິຈາກແລ້ວປະມານ 8 ຕື້ໂດລາສະຫະລັດ, ໂດຍຈະນຳໃຊ້ເຂົ້າໃນການຄົ້ນຄວ້າ ແລະ ພັດທະນາວັກ ແຊງພະຍາດ ໂຄວິດ-19, ພ້ອມທັງການກວດກາແລະປິ່ນປົວພະຍາດດັ່ງກ່າວ.

CNNລາຍງານວ່າ: ຫຼາຍປະເທດໃນໂລກນັບທັງຈີນ, ອັງກິດແລະ ຝລັ່ງ, ພ້ອມກັບອົງການຈັດຕັ້ງສາກົນຫຼາຍອົງການໄດ້ແຕ່ງຜູ້ຕາງໜ້າເຂົ້າຮ່ວມປະຊຸມ, ແຕ່ສະຫະລັດອາເມລິກາທີ່ໄດ້ຢຸດເຊົາການສະໜັບສະໜູນອົງການອະນາໄມໂລກນັ້ນບໍ່ໄດ້ເຂົ້າຮ່ວມ, ຈິ່ງເຮັດໃຫ້ຫາງສຽງສາກົນໃຫ້ຄວາມສົນໃຈຢ່າງສູງ.
ໜັງສືພິມ “ນິວຢອກແທມສ໌” ລາຍງານວ່າ: ເຈົ້າໜ້າທີ່ຊັ້ນສູງ 2 ທ່ານຂອງສະຫະລັດອາເມລິກາກ່າວວ່າ: ອາເມລິກາພວມນຳພາທົ່ວໂລກຕໍ່ຕ້ານພະຍາດ COVID-19, ແຕ່ພັດປະຕິເສດບໍ່ເຜີຍໃຫ້ຮູ້ວ່າ ເປັນຫຍັງບໍ່ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ