ລະດົມໃຫ້ຊາຍໜຸ່ມຍິງສາວ ແຕ່ງງານກ່ອນອາຍຸ 30 ປີ

ໂດຍ: ລູກເມືອງພວນ

ລັດຖະບານຫວຽດນາມ ລະດົມໃຫ້ຊາຍໜຸ່ມຍິງສາວ ແຕ່ງງານກ່ອນອາຍຸ 30 ປີ ເພື່ອຟ້າວເອົາລູກ ແລະ ຜູ້ຍິງຕ້ອງເກີດລູກຜູ້ທີສອງກ່ອນອາຍຸ 35 ປີ.

ໂຄງການດັ່ງກ່າວ, ແມ່ນເພື່ອດັດປັບຄວາມສົມດູນການເກີດໃຫ້   ເໝາະສົມກັບແຕ່ລະທ້ອງຖີ່ນ ໃນເມື່ອຮອດປີ 2030. ລົງນາມຄຳສັ່ງດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ໃນວັນທີ 28 ເມສາຜ່ານມາ. ຈຸດປະສົງເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນເພື່ອຮັບປະກັນການເກີດຢ່າງສະໝໍ່າສະເໝີໃນທົ່ວປະເທດ (ສະເລ່ຍຜູ້ຍິງຜູ້ໜຶ່ງໃນໄວອາຍຸກຳເນີດ ແມ່ນໃຫ້ເກີດແຕ່ 2 – 2,2 ຄົນ), ເພີ່ມກຳລັງເກີດຢູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ ແລະ ຫຼຸດຜ່ອນການເກີດຢູ່ບາງຂົງເຂດທີ່ມີການເກີດຫຼາຍລົງ. ຖ້າເຂດ ແຂວງໃດຫາກມີການເກີດປ່ຽນແທນສະໝໍ່າສະເໝີແລ້ວກໍໃຫ້ຮັກສາລະດັບນັ້ນໄວ້. ຖ້າທ້ອງຖິ່ນໃດ, ແຂວງໃດຫາກມີການເກີດຢູ່ໃນລະດັບຕໍ່າ ແມ່ນລະດົມໃຫ້ປະຊາຊົນເອົາໃຈໃສ່ເກີດໃຫ້ຄົບ 2 ຄົນ. ເພື່ອ ເຜື່ອໄວ້ໃນກໍລະນີບໍ່ມີຄວາມສະດວກໃນການແຕ່ງງານ, ກໍລະນີເກີດລູກຊ້າ, ເກີດລູກໜ້ອຍຄົນ ເພື່ອຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ແລະ ເບິ່ງແຍງພໍ່-ແມ່ຍາມເວລາເຖົ້າແກ່.

ເຫັນດີໃຫ້ຍົກເລີກ ຂໍ້ກຳນົດຂອງການຈັດຕັ້ງ, ສຳນັກງານ, ອົງການ ທີ່ມີມາດຕະການຫຼຸດຜ່ອນການເກີດ ຫຼື ເກີດລູກຜູ້ທີ່ 3 ຂຶ້ນໄປ. ລັດຖະບານຈະສົ່ງເສີມໃຫ້ເກີດໄດ້ພຽງ 2 ຄົນເທົ່ານັ້ນ ຊຶ່ງຈະໄດ້ຮັບການອູດໜູນ.ຖ້າຄູ່ຜົວເມຍໃດ ຫາກເກີດລູກຄົບ 2 ຄົນ ຈະໄດ້ຮັບການອູດໜູນຊື້ເຮືອນນະໂຍບາຍ, ອູດໜູນການເຊົ່າເຮືອນ, ໃຫ້ບູລິມະສິດລູກໄດ້ເຂົ້າໂຮງຮຽນຂອງລັດ, ອູດໜູນຄ່າການສຶກສາ, ຊ່ວຍສ້າງຕົວແບບພັດທະນາເສດຖະກິດຄອບຄົວໃຫ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ