ໄຟໄໝ້ເຮືອນປະຊາຊົນບ້ານໂພນສະຫ່ວາງເສຍຫາຍຫນຶ່ງຫລັງພ້ອມເຄື່ອງຂອງຕ່າງໆ

ໃນເວລາ ປະມານ 11:00 ໂມງ ຂອງວັນທີ 4 ພຶດສະພານີ້, ໄດ້ເກີດເຫດໄຟໄຫມ້ເຮືອນປະຊາຊົນບ້ານ ໂພນສະຫວ່າງ,ເມືອງ ສາມັກຄີໄຊ ແຂວງ ອັດຕະປືເສຍຫາຍ 1ຫຼັງ ພ້ອມເຄື່ອງໃຊ້ສອຍຕ່າງໆເສຍຫາຍໝົດກ້ຽງ, ຍ້ອນຂາດຄວາມມີສະຕິໃນການນຳໃຊ້ຟືນໄຟໃນຊີວິດປະຈຳວັນ ແລະ ຄາດວ່າຄະນະຄຸ້ມຄອງ ໄພພິບັດ ຂັ້ນແຂວງ; ພະແນກແຮງງານສະຫວັດດີການ ແລະ ສັງຄົມແຂວງ ຈະເລັ່ງໃຫ້ການຊ່ວຍເຫລືອໃນເບື້ອງຕົນໃຫ້ທັນເວລາ, ເພື່ອຊ່ວຍຜູ້ປະສົບໄພໄດ້ມີທີ່ພັກອາໃສ.

