ຮອງນາຍົກລັດຖະມົນຕີ ແບນຊິກມີຄວາມຫຍຸ້ງຍາກໃນການໃສ່ ຜ້າອັດປາກ-ດັງ

ໂດຍ: ລູກເມືອງພວນ

ຮອງນາຍົກລັດຖະມົນຕີ ແບນຊິກ Koen Geens ມີຄວາມຫຍຸ້ງຍາກໃນການໃສ່ຜ້າອັດປາກ-ດັງ ໃນຂະນະທີ່ໄປຢ້ຽມຢາມໂຮງງານຕັດຫຍິບແຫ່ງໜຶ່ງໃນເມືອງ Leuven.

ທຳອິດລາວກໍເອົາຜ້າອັດປາກ-ດັງຂຶ້ນປົກໃສ່ໜ້າຜາກ, ຫຼັງຈາກນັ້ນກໍດຶງໄປປົກໜ້າ, ປົກຕາ, ຈາກນັ້ນຈຶ່ງດຶງມາອັດປາກ, ອັດດັງຈົນໄດ້. ທ່ານອະທິບາຍວ່າ ໃສ່ຜ້າອັດປາກ-ດັງມີຄວາມຫຍູ້ງຍາກກໍຍ້ອນວ່າຕົນເອງມີໃບຫູໃຫ່ຍເກີນໄປ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ, ອັນໄດ້ເຮັດໃຫ້ຫຼາຍຄົນພ້ອມກັນຫົວຂຶ້ນ.

ຫຼັງຈາກນັ້ນກໍຖືກສັງຄົມວິພາກວິຈານຕ່າງໆນາໆ ວ່າເປັນຜູ້ນຳຮຽກຮ້ອງໃຫ້ປະຊາຊົນໃສ່ໜ້າກາກ ແຕ່ຕົນເອງຊໍ້າພັດບໍ່ຮູ້ໃສ່. ພວກຄົນຈຳນວນໜຶ່ງທີ່ປົກປ້ອງທ່ານ ກໍເວົ້າວ່າ: ທຸກຢ່າງອາດເກີດຂຶ້ນໄດ້ໃນເມື່ອຢືນຢູ່ຕໍ່ໜ້າກ້ອງຖ່າຍຢ່າງຫຼວງຫຼາຍ.

ປັດຈຸບັນ ແບນຊິກ ມີຜູ້ຕິດເຊື້ອທັງໝົດ 49.517 ກໍລະນີ ແລະ ມີ 7.765 ຄົນເສຍຊີວິດ ແລະ ປິ່ນປົວດີ 12.211 ຄົນ.

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ