ຄຸນປະໂຫຍດໜ້າຮູ້ຂອງພິກໄທດຳ

    ພິກໄທດຳ ມີຄຸນສົມບັດຕ້ານໂລຫະໜັກກໍ່ພະຍາດມະເຮັງ ເຊິ່ງມີສານສຳຄັນຊື່ວ່າ : Piperine ເຊິ່ງພົບໃນພິກໄທດຳຫລາຍກ່ວາພິກໄທຂາວ ໂດຍສານດັ່ງກ່າວມີຄຸນສົມບັດຕ້ານສານແຄດມຽມ Cadmium ເຊິ່ງເປັນສານໂລຫະໜັກທີ່ເປັນພິດຕໍ່ຮ່າງກາຍ ແລະ ສິ່ງແວດລ້ອມ.

     ສານແຄດມຽມ ສາມາດເຂົ້າສູ່ຮ່າງກາຍດ້ວຍການສືບດົມຜ່ານການຫາຍໃຈ, ການກິນອາຫານທີ່ປົນເປື້ອນ ຫລື ໄດ້ຮັບຜ່ານການສູບຢາ ໂດຍສາມາດສະສົມຢູ່ຕັບ ແລະ ໝາກໄຂ່ຫລັງ ຖືເປັນສານກໍ່ພະຍາດມະເຮັງອັນຕະລາຍທີ່ອາດເຮັດໃຫ້ເກີດພະຍາດມະເຮັງປອດໄດ້.

ນັກວິໄຈລະບຸວ່າ : ສານ Piperine ໃນພິກໄທດຳ ມີຜົນທຳລາຍສານກໍ່ພະຍາດມະເຮັງ ແລະ ຊ່ວຍຟື້ນຟູຄວາມເສຍຫາຍຂອງແຊນໃນຮ່າງກາຍໄດ້ລະດັບໜຶ່ງ.

ສຳລັບປະໂຫຍດດ້ານອື່ນໆມີລາຍງານວ່າ : ສາມາດຫລຸດອາການຊຶມເສົ້າ, ປ້ອງກັນພະຍາດມະເຮັງ ແລະ ປ້ອງກັນອາການສະໝອງເສື່ອມໄດ້.

ພິກໄທດຳ ມີຄວາມປອດໄພເມື່ອກິນໃນຮູບແບບຂອງອາຫານ, ແຕ່ຄວນໃຊ້ເປັນສ່ວນປະກອບໃນອາຫານ ບໍ່ຄວນກິນສົດໆຕອນທ້ອງວ່າງ ເພາະອາດເກີດອາການລະຄາຍເຄືອງບໍລິເວນຮູຄໍ ແລະ ກະເພາະອາຫານໄດ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ