ຊົມເຊີຍວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 45 ປີ ຢ່າງສຸດໃຈ!

ໂດຍ: ລູກເມືອງພວນ

ພາຍຫຼັງ ໄຊງ່ອນ ໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 30/4/1975 ມາເຖິງມື້ນີ້ພໍດີ 45 ປີເຕັມ. ພາຍຫຼັງໄດ້ເຂົ້າຮ່ວມວົງຄະນະຍາດແຫ່ງຊາດຫວຽດນາມເປັນໜຶ່ງດຽວຢ່າງເອກະພາບແລ້ວ, ໄຊງ່ອນ ຫຼື ນະຄອນ ໂຮ່ຈິມິນ ໄດ້ປ່ຽນໂສມໜ້າໃໝ່ຢ່າງເຫັນໄດ້ຊັດເຊັ່ນ: ເຮືອນຊານບ້ານຊ່ອງ ຕັ້ງສູງສະຫງ່າ, ຖະໜົນຫົນທາງກວ້າງຂວາງສະອາດງາມຕາ ແລະ ສິ່ງທີ່ສຳຄັນຄືຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຊາວນະຄອນ ໂຮ່ຈິມິນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆມາ, ປະເທດຊາດຫວຽດນາມ ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝໃນພາກພື້ນ ແລະ ໃນໂລກ.

ຫວຽດນາມໄດ້ມີບົດບາດສູງເດັ່ນຂຶ້ນໃນເວທີສາກົນ ຫຼາຍບັນຫາ ຫວຽດນາມໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດລວມຂອງພາກພື້ນ ແລະ ສາກົນ, ໂດຍສະເພາະປີ 2020 ນີ້ ຫວຽດນາມໄດ້ເປັນປະທານຂອງບັນດາປະເທດສະມາຊິກອາຊຽນ ແລະ ໄດ້ເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງແຫ່ງປະຊາຊາດບໍ່ປະຈຳການ.

ນະໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 45 ປີນີ້, ຂໍສະແດງຄວາມຊົມເຊີຍ ແລະ ຂໍແບ່ງປັນຄວາມຮູ້ສຶກທີ່ດີຕໍ່ຄວາມຈະເລີນກ້າວໜ້າຂອງຫວຽດນາມເວົ້າລວມ ເວົ້າສະເພາະແມ່ນນະຄອນ ໂຮ່ຈິມິນ ນະໂອກາດນີ້ດ້ວຍ. ປັດຈຸບັນຫວຽດນາມປະສົບຜົນສຳເລັດຫລາຍດ້ານໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄດ້ຈະເລີນຮຸ່ງເຮືອງຂຶ້ນກວ່າເກົ່າ ປະຊາຊົນຫວຽດນາມມີຄວາມສົມບູນພູນສຸກຢູ່ດີກິນດີບົນຄຳຂວັນທີ່ວ່າ: ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສີວິໄລ ແລະ ຍຸຕິທຳ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ