ປະຊາຊົນຫວຽດນາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 45 ປີຢູ່ກັບເຮືອນຂອງໃຜລາວ

ໂດຍ: ລູກເມືອງພວນ

ມື້ນີ້ວັນທີ 30 ເມສາ ເປັນມື້ປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 45 ປີ(30/4/1975 – 30/4/2020) ແຕ່ຖືກກັບຊ່ວງໄລຍະລັດຖະບານມີມາດຕະການຈຳກັດການໂຮມຊຸມນຸມຫຼາຍຄົນ, ປະຊາຊົນຈຶ່ງບໍ່ໄດ້ອອກໄປໂຮມຊຸມນຸມກັນຢູ່ຕາມທ້ອງຖະໜົນຫົນທາງ, ຈຶ່ງກັບກາຍເປັນອັນວ່າການສະຫຼອງວັນປົດປ່ອຍພາກໃຕ້ປີນີ້ຂອງຊາວຫວຽດນາມ ຈຶ່ງຖືວ່າ ເປັນການສະຫຼອງໄຊທີ່ແປກປະຫຼາດທີ່ສຸດ ຕະຫຼອດ 45 ປີທີ່ຜ່ານມາ.

ເພື່ອປະຕິບັດມາດຕະການຂອງລັດຖະບານ, ປະຊາຊົນແຕ່ລະຄອບຄົວຈຶ່ງໄດ້ສະຫຼອງກັນຢູ່ພາຍໃນເຮືອນ ແລະ ຄອບຄົວຂອງໃຜລາວແທນການໂຮມຊຸມນຸມກັນຫຼາຍຄົນຄືດັ່ງປະເພນີທີ່ເຄີບປະຕິບັດກັນມາ.

ເພື່ອເປັນການປະກອບສ່ວນສະຫຼອງວັນປົດປ່ອຍພາກໃຕ້ ບໍລິສັດເບຍທີ່ມີເຄື່ອງໝາຍ(ຍີ່ຫໍ້) Huda ຂອງ Carlsberg ໄດ້ຜະລິດເບຍຍີ່ຫໍ້ໃໝ່ອອກສູ່ສາຍຕາຂອງສັງຄົມຄືເບຍທີ່ມີຍີ່ຫໍ້ວ່າ “Festival” ຊຶ່ງການອອກແບບດ້ວຍສີສັນ ລວດລາຍທີ່ສວຍງາມ, ຍິ່ງໄປກວ່ານັ້ນຍັງມີເບຍຈາກຍຸໂຣບເຂົ້າມາເຊັ່ນເບຍ Saaz ເຮັດໃຫ້ມີຄວາມຈັບອົກຈັບໃຈແຕ່ຫົວທີກືນທຳອິດ ອັນໄດ້ເຮັດໃຫ້ການສະຫຼອງຂອງແຕ່ລະຄອບຄົວມີສີສັນ ແລະ ບັນຍາກາດອີກຮູບແບບໜຶ່ງທີ່ບໍ່ເຄີຍມີມາກ່ອນ.

ສິ່ງທີ່ສຳຄັນໄປກວ່ານັ້ນ, ປະຊາຊົນທຸກຄົນຕ້ອງມີຄວາມຮູ້ສຶກເປັນເຈົ້າການໃນການຈັດຕັ້ງປະຕິບັດຄຳສັ່ງຂອງລັດຖະບານ ແລະ ມີຄວາມເຊື່ອໝັ້ນຕໍ່ຖັນແຖວນັກຮົບຊຸດຂາວທີ່ຢູ່ແນວໜ້າຂອງການຕ້ານສັດຕູໂຄວິດ ເດັດຂາດຕ້ອງມີໄຊ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ