ປູຕີນ ປະກາດໃຫ້ເງິນເດືອນຊາວຜູ້ອອກແຮງງານປົກກະຕິຈົນເຖິງວັນທີ 11 ພຶດສະພາ ໃນເວລາພັກລີ້ໄພໂຄວິດ-19

ໂດຍ: ລູກເມືອງພວນ

ປູຕີນ ຕົກລົງໃຫ້ເງິນເດືອນປົກກະຕິຕໍ່ຊາວຜູ້ອອກແຮງງານທີ່ພັກວຽກໄລຍະໂຄວິດ-19 ລະບາດ, ໂດຍກຳນົດຮອດວັນທີ 11 ພຶດສະພາ. ທ່ານ ປູຕີນ ກ່າວເມື່ອວັນທີ 28 ເມສານີ້ວ່າ: “ເຖິງແມ່ນຈຳນວນຜູ້ຕິດເຊື້ອຈະຢຸດນີ້ງຢູ່ຕົວເລກເກົ່າກໍຕາມ ແຕ່ພວກເຮົາກໍຍັງບໍ່ທັນໝົດຄວາມກັງວົນໄດ້ ເພາະສະຖານະການຍັງເຄັ່ງຄຽດຢູ່. ບັນດານັກຊ່ຽວຊານ ແລະ ນັກວິທະຍາສາດເວົ້າວ່າ ພວກເຮົາບໍ່ທັນຜ່ານພົ້ນຈຸສູງສຸດຂອງພະຍາດ”.

ປູຕີນ ຢືນຢັນວ່າ: ເງິນເດືອນຂອງຊາວຜູ້ອອກແຮງງານທັງຫຼາຍຍັງຈະຮັກສາໄວ້ຄືເກົ່າຈົນຮອດວັນທີ 11 ພຶດສະພາທີ່ກຳນົດໃຫ້ພັກ ລີ້ໄພໂຄວິດ-19, ຊຶ່ງກ່ອນໜ້ານັ້ນທ່ານປະກາດວ່າຈະໃຫ້ຮອດແຕ່ເດືອນ ເມສາ ເທົ່ານັ້ນ.

ເຖິງຢ່າງໃດກໍຕາມ, ປະທານາທິບໍດີລັດເຊຍ ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດມາດຕະການສະກັດກັ້ນພະຍາດໂຄວິດໃຫ້ເຄັ່ງຄັດ. ລັດເຊຍຈະເລີ່ມຜ່ອນຜັນມາດຕະການບາງຢ່າງເລີ່ມແຕ່ວັນທີ 12 ພຶດສະພາເປັນຕົ້ນໄປ ໂດຍອີງໃສ່ສະພາບລະບາດຂອງພະຍາດໃນແຕ່ລະໄລຍະ.

ລັດເຊຍ ເປັນປະເທດທີ 8 ທີ່ມີການລະບາດໃຫ່ຍໃນໂລກ, ມີຜູ້ຕິດເຊື້ອທັງໝົດ 93.000 ຄົນ, 860 ຄົນເສຍຊີວິດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ