ສື່ຕ່າງປະເທດຊີ້ ຕົວເລກຜູ້ເສຍຊີວິດຈາກໂຄວິດຢູ່ອິນໂດເນເຊຍ ຫນ້ອຍກວ່າຄວາມຈິງ

ການສຳຫລວດຂໍ້ມູນຂອງສຳນັກຂ່າວຣອຍເຕີວ່າ: ຢ່າງຫນ່ອຍມີຊາວອິນໂດເນເຊຍກວ່າ 2.200 ຄົນທີ່ເສຍຊີວິດຍ້ອນ ໂຄວິດ-19, ແຕ່ບໍ່ໄດ້ຮັບການກວດ ແລະ ບໍ່ໄດ້ຈົດບັນທຶກວ່າເປັນຄົນໄຂ້ໂຣກດັ່ງກ່າວ.ຊຶ່ງຂໍ້ມູນນີ້ແມ່ນມາຈາກການກວດສອບໃນພື້ນທີ 16 ແຂວງຈາກທັງຫມົດ 34 ແຂວງ ຂອງອິນໂດເນເຊຍ, ເຊິ່ງຜູ້ຊ່ຽວຊານດ້ານການແພດລະບຸວ່າ : ຕົວເລກນີ້ສະແດງໃຫ້ເຫັນເຖິງຈຳນວນຜູ້ເສຍຊີວິດທັງຫມົດທົ່ວປະເທດອິນໂດເນເຊຍມີແນວໂນ້ມວ່າ ຈະສູງກວ່າຕົວເລກຂອງທາງການຢູ່ຫລາຍ, ເຊິ່ງຕົວເລກຜູ້ເສຍຊີວິດລ່າສຸດຈາກທາງການອິນໂດເນເຊຍມີປະມານ 773 ຄົນ.
ອິນໂດເນເຊຍເປັນຫນຶ່ງໃນປະເທດທີ່ມີອັດຕາການກວດຫາເຊື້ອຕ່ຳທີ່ສຸດໃນຫລາຍປະເທດ, ນັກລະບາດວິທະຍາບາງສ່ວນບອກວ່າ: ນີ້ເຮັດໃຫ້ເປັນເລື່ອງຍາກຂຶ້ນທີ່ຈະໄດ້ເຫັນພາບທີ່ຖືກຕ້ອງເຖິງຂອບເຂດການຕິດເຊື້ອໃນອິນໂດເນເຊຍ ເຊິ່ງເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດອັນດັບ 4 ຂອງໂລກ, ໂດຍຂໍ້ມູນລ່າສຸດຈາກ 16 ແຂວງ ດັ່ງກ່າວສະແດງໃຫ້ເຫັນວ່າ ມີຄົນໄຂ້ເສຍຊີວິດ 2.212 ຄົນ, ເນື່ອງຈາກມີອາການເຫມື່ອນການຕິດເຊື້ອໄວຣັສໂຄໂຣນ່າ ສາຍພັນໃຫມ່ຢ່າງຮຸນແຮງ, ແຕ່ກະຊວງສາທາລະນາສຸກ ອິນໂດເນເຊຍ ໃຊ້ຕົວຫຍໍ້ວ່າ: ”PDP” ຈັດປະເພດຜູ້ປ່ວຍເຫລົ່ານີ້ເມື່ອບໍ່ມີຄຳອະທິບາຍທາງ ຄລິນິກອື່ນໆ ຕໍ່ອາການຂອງພວກເຂົາ.
ລາຍງານລະບຸວ່າ: ຂໍ້ມູນນີ້ບັນທຶກ ແລະ ປ່ຽບທຽບເປັນລາຍວັນ ຫລື ລາຍອາທິດ ໂດຍຫນ່ວຍງານລະດັບແຂວງ, ເຊິ່ງໄດ້ຕົວເລກຈາກໂຮງຫມໍ, ຄລິນິກ ແລະ ພະນັກງານເບິ່ງແຍງການຝັງສົບນັ້ນເອງ, ສໍານັກຂ່າວຣອຍເຕີ ໄດ້ຂໍ້ມູນມາຈາກການກວດເວບໄຊ ເວົ້າກັບພະນັກງານ ໃນລະດັບແຂວງ ແລະ ພິຈາລະນາການລາຍງານຂອງອົງການອະນາໄມໂລກ, ເຊິ່ງຈຳນວນຜູ້ເສຍຊີວິດ 2.212 ຄົນ, ຂະນະທີ່ຕົວເລກຜູ້ເສຍຊີວິດ 16 ແຂວງນີ້ ຂອງທາງການມີແຕ່ 693 ຄົນ, ໂດຍເປັນຜູ້ເສຍຊີວິດທີ່ມີຜົນກວດພົບເຊື້ອ ແລະ ບັນທຶກຢ່າງເປັນທາງການວ່າ 3 ໃນ 4 ຂອງປະຊາກອນ 260 ລ້ານຄົນທົ່ວອິນໂດເນເຊຍ.

